ຫ້ອງການໂຄສະນາອົບຮົມເມືອງຄຳ ໄດ້ຈັດພິທີປະຖະກະຖາການ ເປັນເຈົ້າພາບທີ່ດີໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຂື້ນທີ່ສະໂມສອນປົກຄອງເມືອງຄໍາ ແຂວງຊຽງຂວາງ ຢ່າງເປັນທາງການ.
ໂດຍພາຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ເຈົ້າເມືອງ-ເມືອງຄຳ, ມີ ທ່ານ ຄອນສະໝຸດ ບຸນແພງພັນ ກຳມະການພັກແຂວງ ຫົວໜ້າພະແນກໂຄສະນາອົບຮົມແຂວງ, ມີຫົວໜ້າ, ຮອງຫົວໜ້າ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດເຫຼັກແຫຼ່ງເຂົ້າ ຮ່ວມຢ່າງພ້ອມພຽງ.
ທ່ານ ຄຳຟອງ ໄຊຍະແສງ ກຳມະການພັກເມືອງ ຫົວໜ້າຫ້ອງການໂຄສະນາອົບຮົມ ເມືອງຄໍາ ກໍ່ໄດ້ຂື້ນຜ່ານຄຳແນະນຳຂອງປະທານຄະນະກຳມະການງານມະຫາກຳກິລາແຫ່ງຊາດສະບັບເລກທີ່ 124/ຄຈກຊ ລົງວັນທີ່ 5 ມີນາ 2018. ຫຼັງຈາກນັ້ນ ທ່ານ ຄອນສະໝຸດ ບຸນແພງພັນ ກຳມະການພັກ ແຂວງຫົວໜ້າພະແນກໂຄສະນາອົບຮົມແຂວງ ກໍ່ໄດ້ຂື້ນປະຖະກະຖາເອກະສານໃນການເປັນເຈົ້າພາບທີ່ດີ ຈັດງານມະຫະກຳແຫ່ງຊາດຄັ້ງທີ່ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບໃນທ້າຍປີ 2018 ໄດ້ກ່າວວ່າ: ງານມະຫາກຳແຫ່ງຊາດໄດ້ຈັດຂື້ນໃນໄລຍະເວລາ 3 ປີ ຕໍ່ຄັ້ງໂດຍຜັດປ່ຽນໃຫ້ບັນດາແຂວງ, ນະຄອນທີ່ມີ ເງື່ອນໄຂ ແລະ ຄວາມເປັນເຈົ້າພາບຈັດຂື້ນຕາມການຕົກລົງເຫັນດີຂອງລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນມາຮອດປັດຈຸບັນສາມາດຈັດຕັ້ງປະຕິບັດໄດ້ 10 ຄັ້ງ ແລະ ຄັ້ງທີ 11 ນີ້ ຈະໄດ້ຈັດຂື້ນທີ່ດີນແດນແຂວງຊຽງຂວາງວິລະຊົນໃນທ້າຍປີ 2018 ນີ້. ຜ່ານການຈັດຕັ້ງປະຕິບັດຜ່ານ ມາແຂວງຊຽງຂວາງກໍ່ເປັນແຂວງ ໜຶ່ງທີ່ສົ່ງນັກກິລາປະເພດຕ່າງໆເຂົ້າຮ່ວມ ໃນແຕ່ລະຄັ້ງສາມາດຍາດໄດ້ຫຼຽນຈາກກິລາປະເພດຕ່າງໆ ເຊັ່ນ: ກິລາຍີງປືນ, ກິລາປີ້ງປ່ອງ, ກິລາແລ່ນ-ລານ, ກະຕໍ້ຫວາຍ, ກິລາຊຸກ ນ້ຳໜັກ, ກິລາໜ້າເກັກ, ກິລາເທຄັວນໂດ ແລະ ກິລາອື່ນໆ ສາມາດຍາດຫຼຽນໄດ້ທັງໝົດ ຄື: 18 ຫຼຽນຄຳ, 54 ຫຼຽນເງິນ ແລະ 71 ຫຼຽນທອງ, ພ້ອມນັ້ນກໍ່ຍັງໄດ້ໃຫ້ຮູ້ເຖິງຄວາມເປັນມາຂອງການກະກຽມຈັດງານມະ ຫາກຳກິລາຄັ້ງທີ່ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ໂດຍປະຕິບັດຕາມການແຈ້ງການຈາກລັດຖະບານ ສະບັບເລກທີ່ 1021/ຄລບ ລົງວັນທີ່ 26 ພຶດສາພາ 2011 ວ່າດ້ວຍການແຈ້ງໃຫ້ແຂວງຊຽງຂວາງ ເປັນ ເຈົ້າພາບຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ຖັດຈາກແຂວງອຸດົມໄຊ ໃນວັນທີ່ 21 ທັນວາ 2017 ອັນເຮັດໃຫ້ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງມີຄວາມຮູ້ສຶກ ກະຕືລືລົ້ນໃນການພ້ອມທີ່ຈະປະກອບສ່ວນເຂົ້າໃນການເປັນເຈົ້າພາບທີ່ດີຈັດງານມະຫາກຳກິລາແຫ່ງຊາດ ໃນຄັ້ງນີ້ເປັນຕົ້ນແມ່ນ ເພີ່ມທະວີຄວາມເຊື່ອໝັ່ນຂອງປະຊາຊົນບັນດາເຜົ່າກັບການຊີ້ນຳນຳພາຂອງພັກ-ລັດ ແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ, ຟື້ນຟູສຸຂະພາບຮ່າງກາຍ, ຈິດໃຈທີ່ໄດ້ຮັບຜົນກະທົບຈາກສັງຄົມ ທຳລາຍ, ເຕົ້າໂຮມຄວາມສາມັກຄີກຳລັງແຮງທົ່ວພັກ, ທົ່ວປວງຊົນລາວທັງຊາດ ໂດຍສະເພາະແມ່ນພາກລັດ, ພາກຖຸລະກິດ, ເອກະຊົນ, ຫົວໜ່ວຍອົງການຈັດຕັ້ງສັງຄົມຕ່າງໆ ແລະ ຄວາມກຽມພ້ອມອື່ນໆ. ເພື່ອກະ ກຽມທີ່ຈະເປັນເຈົ້າພາບທີ່ດີຈັດງານມະຫາກຳກິລາແຫ່ງຊາດ 11 ໃຫ້ເປັນຂະບວນຢ່າງຟົດຟື້ນ.
ເນື້ອໃນໂອກາດດັ່ງກ່າວ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງ-ເມືອງຄຳກໍ່ ໄດ້ໃຫ້ກຽດຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນໃນການເປັນເຈົ້າພາບທີ່ດີຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ່ 11 ພ້ອມທັງໃຫ້ທິດຊີ້ນຳແກ່ອົງການທີ່ກ່ຽວ ຂ້ອງຈົ່ງພ້ອມກັນກະກຽມຕ້ອນຮັບ ແລະ ນຳເອົາເນື້ອໃນຈິດໃຈດັ່ງກ່າວລົງໄປເຊື່ອມຊືມເຜີຍແຜ່ໃຫ້ແກ່ທົ່ວ ພັກທົ່ວປວງຊົນພາຍໃນເມືອງໃຫ້ໄດ້ຮັບຮູ້ ແລະ ເຂົ້າໃນຢ່າງເລີກເຊີ່ງ
ທີມຂ່າວ ເມືອງຄໍາ, ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ