ເມື່ອບໍ່ດົນມານີ້, ບ້ານປາວເໜືອ, ເມືອງຊໍາໄຕ້, ແຂວງຫົວພັນ ໄດ້ຈັດພິທີສະເຫລີມສະຫລອງ ປະເພນີບຸນກິນເຂົ້າໃຫມ່ ຂອງຊົນເຜົ່າໄຕແດງ ຂື້ນຢ່າງເປັນທາງການ. ໂດຍການເຂົ້າຮ່ວມມີ ທ່ານ ລິນທອງ ດວງຈັນສຸກ ເລຂາພັກເມືອງ, ເຈົ້າເມືອງຊໍາໄຕ້, ມີ ທ່ານ ເຄນ ດວງປັນຍາ ຮອງຫົວຫນ້າພະແນກ ຸະແຫລງຊ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫົວພັນ, ມີບັນດາແຂກຈາກແຂວງ, ເມືອງ, ກຸ່ມບ້ານ, ຕະຫລອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນພິທີ ທ່ານ ມູນສີ ແກ້ວສະໄຫມ ນາຍບ້ານປາວເໜືອ ໄດ້ຂື້ນຜ່ານປະຫວັດຄວາມເປັນມາຂອງຊົນເຜົ່າໄຕແດງ ໃນການມາຕັ້ງຖື່ນຖານ ເຊີ່ງເປັນເຜົ່າຫນຶ່ງ ໃນວົງຄະນະຍາດແຫ່ງຊາດ ທີ່ດໍາລົງຊີວິດຢູ່ໃນແຜ່ນດິນລາວລ້ານຊ້າງ ມາແຕ່ປີ ຄສ 1453 ເຊີ່ງໄດ້ອົບພະຍົບເຄື່ອນຍ້າຍ ມາແຕ່ເຂດພູອ່ານໄຕ ທາງພາກເຫນືອຂອງປະເທດຈີນ, ຍ້ອນມີການຮຸກຮານຂອງສັດຕູ ເຜົ່າໄຕແດງ ຈິ່ງໄດ້ຍ້າຍຖີ່ນຖານໄປຕັ້ງຢູ່ທາງພາກເໜືອຂອງ ປະເທດ ຫວຽດນາມ ແລ້ວສຶບຕໍ່ຍ້ານເຂົ້າມາຢູ່ແຜ່ນດິນລາວລ້ານຊ້າງ. ເຊີ່ງປະກອບມີເຜົ່າໄຕແດງ, ໄຕດໍາ, ໄຕຂາວ ແລະ ໄຕເມີຍ.
ສໍາລັບຄວາມຫມາຍ ແລະ ຄວາມເປັນມາຂອງປະເພນີກິນເຂົ້າໃຫມ່ ແມ່ນເປັນການສະເຫລີມສະຫລອງຜົນສໍາເລັດການຜະລິດເຂົ້າໄຮ່, ເຂົ້ານາ ແລະ ຜົນຜະລິດທາງດ້ານກະສິກໍາ ອື່ນໆ, ທີ່ຊົນເຜົ່າໄຕແດງ ໄດ້ສຶບທອດມາ ແຕ່ອາດິດ ເຖິງປະຈຸບັນ. ງານດັ່ງກ່າວ ຍັງເປັນການສ້າງກິດຈະກໍາ ສົ່ງເສີມການທ່ອງທ່ຽວທາງວັດທະນະທໍາ ຂອງບ້ານປາວເໜືອ ຕິດພັນກັບການທ່ອງທ່ຽດນໍ້າຕົກຕາດ ຜາຫວ່າງ ເຊີ່ງເປັນແຫລ່ງທ່ອງທ່ຽວທໍາມະຊາດ ທີ່ສວຍງາມ ອີກແຫ່ງຫນຶ່ງຂອງເມືອງຊໍາໄຕ້. ເວົ້າເຖິງສະຖານທີ່ທ່ອງທ່ຽວ ພາຍໃນເມືອງຊໍາໄຕ້ ທີ່ສາມາດພັດທະນາເປັນແຫລ່ງທ່ອງທ່ຽວ ໄດ້ທັງໝົດ 15 ແຫ່ງ, ໃນນີ້ ທາງດ້ານທໍາມະຊາດ 11 ແຫ່ງ, ວັດທະນະທໍາ 2 ແຫ່ງ ແລະ ດ້ານປະຫວັດສາດ ອີກ 2 ແຫ່ງ. ສະຖານທີ່ທ່ອງທ່ຽວ ທີ່ໂດດເດັ່ນ ກວ່າຫມູ່ ແມ່ນ ນໍ້າຕົກຕາດຜາຫວ່າງ ທີ່ບ້ານປ່າວເໜືອ, ແຫລ່ງທ່ອງທ່ຽວ ຜາໜາງວິລະຊົນ ທີ່ບ້ານເມືອງເກີນ, ນອກຈາກນີ້ຍັງມີສະຖານທີ່ອື່ນໆທີ່ຫນ້າສົນໃຈ ແລະ ສວຍງາມ.
ໃນປີ 2018 ປີທ່ອງທ່ຽວລາວ ອໍານາດການປົກຄອງເມືອງຊໍາໄຕ້ ຈີ່ງເອົາໃຈໃສ່ພະຍາຍາມ ສ້າງທຸກເງື່ອນໄຂ ເພື່ອເປັນການໂຄສະນາເຜີຍແຜ່ ແຫລ່ງທ່ອງທ່ຽວ ພາຍໃນເມືອງ ອອກສູ່ສັງຄົມ ເພື່ອໃຫ້ສົມກັບຄໍາຂວັນຂອງເມືອງ ທີ່ວ່າ:
ເຊີນຊົມຕາດຜາຫວາງ ຜາໜາງ ວິລະຊົນ
ຜ້າໄຫມມ້ອນຊໍາໄຕ້ ຕົ້ນໄມ້ໃຫຍ່ ໂລ່ງເລ່ງ
ນໍ້າຊໍາພະລັງງານໄຟຟ້າ ມ້າມະນີກາບ ຜາຮໍ່
ຫລັງຈາກນັ້ນ ຄະນະນໍາເມືອງ ແລະ ແຂວງ ລວມທັງພໍ່ແມ່ປະຊາຊົນ ໄດ້ພ້ອມກັນສ້າງກີດຈະກໍາ ທີ່ຫລາກຫລາຍ ເຊັ່ນ: ການຕີຄ້ອງ, ຕີກອງ, ຍອກສາກ-ລາກສາວ, ດຶງເຊືອກ, ຂັບ-ລໍາ ຕາມປະເພນີ ຢ່າງຄຶກຄື້ນມ່ວນຊື່ນ.
ຂອບໃຈ ທີມຂ່າວ ເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ