ເມື່ອບໍ່ດົນມານີ້, ຢຸ່ໂຮງຮຽນ ມສ ເຊໂປນ, ເມືອງເຊໂປນ, ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງໜ່ວຍງານຈາລະຈອນ ນຳທີມໂດຍ ທ່ານ ຮ້ອຍເອກ ແດນວິໄລ ໄຊຍະລາດ ຫົວໜ້າຈຸງານຈາລະຈອນ ພ້ອມຄະນະທີມງານ, ມີ ທ່ານ ຮ້ອຍເອກ ຖາວອນ ສົນທິລາດ ຫົວໜ້າຈຸງານຕ້ານ ແລະ ສະກັດກັ້ນຢາເສບຕິດ ພ້ອມຄະນະ, ມີທ່ານ ອາຈານ ສັງວານ ຄຳເກີດມະນີ ອຳນວຍການໂຮງຮຽນ ມສ ເຊໂປນ, ມີບັນດາຄູອາຈານ, ພ້ອມດ້ວຍນັກຮຽນໂຮງຮຽນດັ່ງກ້າວເຂົ້າຮ່ວມຢ່າງ. ສໍາລັບເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້ ແມ່ນເອກະສານກ່ຽວກັບການຫຼຸດຜ່ອນອຸປະຕິເຫດ ຕາມທ້ອງຖະໜົນຫຼວງ ໂດຍສະເພາະກົດລະບຽບໃນການໃຊ້ລົດໃຊ້ຖະໜົນເພື່ອຫລີກລຽງຈາກອຸປະຕິເຫດ,ອະທິບາຍກ່ຽວກັບປ້າຍຕາມທ້ອງຖະໜົນ, ການປັບໄໝຕ່າງໆທີ່ຜູ້ຂັບຂີ່ບໍ່ປະຕິບັດຕາມກົດລະບຽບວາງອອກ, ເອກະສານກ່ຽວກັບຜົນຮ້າຍຂອງຢາເສບຕິດ ເພາະວ່າບັນຫາຢາເສບຕິດນີ້ມັນໄດ້ແຜ່ລາມໄປທົ່ວໂລກ ເວົ້າລວມ-ເວົ້າສະເພາະ ເພື່ອປ້ອງກັນພາຍໃນເມືອງເຊໂປນ ສະນັ້ນຈຶ່ງຢາກໃຫ້ນັກຮຽນ,ໄວໝຸ່ມ ຮູ້ຈັກຜົນຮ້າຍຜົນເສຍຂອງຢາເສບຕິດ, ຜູ້ເສບຕາຍ, ຜູ້ຂາຍຕິດຄຸກ ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ນັກຮຽນ, ໄວໝຸ່ມທຸກໆຄົນຫັນມາອອກກໍາລັງກາຍເຫລີ້ນກິລາ ເພື່ອສຸຂະພາບຫ່າງໄກຈາກສິ່ງເສບຕິດ
ທີມຂ່າວ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ