ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີຖະແຫຼງຂ່າວສຽງແຄນເຊື້ອຊາດລາວເຂົ້າເປັນມໍລະດົກທາງດ້ານວັດທະນະທຳນາມມະທຳຂອງມວນມະນຸດ ໂດຍ ອົງການອຸຍແນັສໂກ ຂຶ້ນເມື່ອວັນທີ 2 ເມສາ 2018 ຜ່ານມາ ທີ່ຫໍວັດທະນະ ທຳແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສາດສະດາຈານ ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ ແລະ ສື່ມວນຊົນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສາດສະດາຈານ ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ຖວທ ໄດ້ໃຫ້ຮູ້ວ່າ: ສຽງແຄນເຊື້ອຊາດລາວຂອງ ສປປ ລາວ ໄດ້ຖືກຮັບຮອງເປັນ ມໍລະດົກທາງດ້ານວັດທະນະທຳ ນາມມະທຳຂອງມວນມະນຸດ, ໃນກອງປະຊຸມ ຄັ້ງທີ 12 ຂອງຄະນະກຳມະການ ລະຫວ່າງ ຊາດ ວ່າດ້ວຍການອະນຸລັກມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸ ຊຶ່ງໄດ້ຈັດຂຶ້ນທີ່ແຂວງເຈຈຸ ສາທາລະນະລັດ ເກົາຫຼີ ໃນວັນທີ 7/12/2017, ສຽງແຄນເຊື້ອຊາດລາວ ເປັນຫົວຂໍ້ທຳອິດຂອງ ສປປ ລາວ ຊຶ່ງ ສະແດງເຖິງໄຊຊະນະ, ມີຄວາມສຳຄັນໃນການປູກຈິດສຳນຶກ ເຖິງຄວາມເປັນເອກະລັກ ແລະ ຄວາມເປັນຊາດລາວລວມ ທັງຄວາມເປັນເຈົ້າຂອງວັດທະນະທຳກໍຄື "ສຽງແຄນ ເຊຶ້ອຊາດລາວ" ນີ້ ຖ່າຍທອດຈາກບັນພະບູລຸດລາວ ຈາກຄົນຮຸ່ນໜຶ່ງໆສູ່ຮຸ່ນໜຶ່ງໆ ກາຍເປັນເອກະລັກວັດ ທະນະທຳຂອງຊາດ ແລະ ມວນມະນຸດ ທີ່ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ສຽງແຄນລາວ ໄດ້ຖືກຮັບຮອງເປັນມໍລະດົກ ທາງດ້ານວັດທະນະທຳ ນາມມະທຳຂອງມວນມະນຸດ ໃນຄັ້ງນີ້ ໄດ້ເຮັດໃຫ້ປະຊາຊົນລາວ ບັນດາເຜົ່າ ແລະ ສາກົນ ເຫັນໄດ້ ເຖິງນະໂຍບາຍອັນຈະແຈ້ງ ຂອງພັກ ແລະ ລັດຖະບານໃນ ການຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ນຳໃຊ້, ມໍລະດົກ ຂອງຊາດ, ທັງເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຄວາມ ຊື່ນຊົມ, ຍິນດີ ແລະ ກະຕືລືລົ້ນ ພ້ອມກັນປົກປັກຮັກສາ ເພື່ອເຮັດໃຫ້ມໍລະດົກວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດປະກອບສ່ວນເຂົ້າ ໃນການສ້າງສາພັດທະນາຊີວິດການເປັນຢູ່ຢ່າງແທ້ຈິງ.
ນອກນັ້ນ, ຍັງເປັນການສຶກສາ ອົບຮົມເຍົາວະຊົນໃຫ້ມີນ້ຳໃຈ ຮັກຊາດ, ຮັກມູນເຊື້ອອັນດີງາມຂອງຊາດກາຍເປັນອົງ ປະກອບພື້ນຖານດ້ານຈິດໃຈ ຄ້ຳປະກັນຄວາມຍືນຍົງຄົງຕົວ ຂອງຊາດລາວຕະຫຼອດໄປ. ເພື່ອຈາລຶກໄວ້ຂີດໝາຍປະຫວັດສາດອັນສຳຄັນຂອງຊາດ ຂອງຄົນເຊື້ອຊາດລາວທີ່ອາໄສຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ພັກ - ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີ ໃຫ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດພິທີສະເຫຼີມສະຫຼອງວັນສຽງແຄນເຊື້ອຊາດລາວ ໄດ້ຖືກຮັບຮອງເປັນມໍລະດົກທາງດ້ານ ວັດທະນະທຳນາມມະທຳຂອງ ມວນມະນຸດ. ຊຶ່ງພິທີສະເຫຼີມສະຫຼອງການຮັບຮອງເອົາສຽງແຄນລາວ ເປັນມໍລະດົກທາງດ້ານວັດທະນະທຳ ນາມມະທຳ ຂອງມວນມະນຸດ ຈະໄດ້ຈັດຂຶ້ນ ຢ່າງຍິ່ງໃຫຍ່ເປັນທາງການ ໃນ ວັນທີ 11 ເມສາ 2018 ທີ່ນະຄອນຫຼວງວຽງຈັນ ຊຶ່ງໃນຕອນເຊົ້າ ແຕ່ເວລາ 7: 00 ໂມງຈະມີຂະບວນແຫ່ແຄນໄປຕາມສະຖານທີ່ສຳຄັນທາງດ້ານປະຫວັດສາດ ເຊັ່ນ: ອະນຸສາວະລີ ເຈົ້າຟ້າງຸຸ່ມ, ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ຜ່ານຖະໜົນສາຍສໍາຄັນຕ່າງໆ ແຕ່ລະສະຖານທີ່ຈະມີ ການວາງກະຕ່າດອກໄມ້, ອ່ານບົດລາຍງານ ແລະ ເປົ່າແຄນ ລວມໝູ່ຍິງ-ຊາຍ ແລະ ເວລາ 19:30 ໂມງຂອງມື້ດຽວກັນ ຈະມີພິທີສະເຫຼີມສະຫຼອງຢ່າງເປັນທາງການ ຊຶ່ງມີແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ກິດຈະກຳ ການສະເຫຼີມສະຫຼອງທັງໝົດ ຈະມີການຖ່າຍທອດສົດຈາກ ໂທລະພາບແຫ່ງຊາດ. ດັ່ງນັ້ນ ມວນຊົນຈົ່ງພ້ອມໃຈກັນເຂົ້າຮ່ວມໃນພິທີດັ່ງກ່າວ
Editor: ກຳປານາດ ລັດຖະເຮົ້າ