ໃຫ້ຄວາມສໍາຄັນໃນການຮັກສາກົດລະບຽບຈະລາຈອນຫຼາຍຂຶ້ນ ໃນທ້າຍອາທິດຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ຈຶ່ງໄດ້ມີການຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຖະໜົນຂຶ້ນ ເຊິ່ງປີນີ້ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 5 ແລ້ວ ໂດຍມີຄຳຂວັນວ່າ: “ ທ່ອງທ່ຽວປອດໄພ ໃສ່ໃຈກົດຈະລາຈອນ ”.
ທ່ານ ວິໄລພັນ ໄຊຍະວົງ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ເນື່ອງໃນໂອກາດທີ່ປະຊາຊົນລາວບັນດາເຜົ່າທົ່ວປະເທດກຳລັງກະກຽມສະເຫຼີມສະຫຼອງປີໃໝ່ລາວທີ່ກຳລັງຈະມາເຖິງນີ້. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ຈົ່ງມີສະຕິລະວັງຕົວໃນການເດີນທາງໄປ – ມາ ແລະ ຈົ່ງປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ເຮັດໃຫ້ການຫຼິ້ນບຸນປີໃໝ່ລາວເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ທ່ອງທ່ຽວດ້ວຍຄວາມປອດໄພ. ໃນນາມຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຂໍຮຽກຮ້ອງມາຍັງໝົດທຸກຄົນໃນສັງຄົມຈົ່ງເອົາໃຈໃສ່ກົດລະບຽບຈະລາຈອນຢ່າງເຂັ້ມງວດຄື: ເມົາບໍ່ຂັບລົດ, ໃສ່ໝວກກັນກະທົບທຸກຄັ້ງເວລາຂັບຂີ່ລົດຈັກ, ໃສ່ສາຍຮັດນິລະໄພເວລາຂັບລົດໃຫຍ່, ຫຼຸດຜ່ອນຄວາມໄວ ແລະ ເວລາຂັບຂີ່ລົດຫ້າມໃຊ້ໂທລະສັບ.
Editor: ເສດຖະກິດ-ການຄ້າ