ໂດຍປະຕິບັດຕາມແຜນຍຸດທະສາດ ການພັດທະນາລະບົບສະຖິຕິແຫ່ງຊາດແຕ່ປີ 2010 – 2020 ແລະ ເພື່ອຍົກລະດັບຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານສະຖິຕິຂັ້ນບ້ານ ສາມາດຕອບສະໜອງຂໍ້ມູນຂ່າວສານໃຫ້ ແກ່ການວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງໂພນທອງ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.
ໃນວັນທີ 5-7 ເມສາ 2018 ຜ່ານມາ ທີ່ຫ້ອງປະຊຸມຫ້ອງການຍຸຕິທໍາ ເມືອງໂພນທອງ ແຂວງຫລວງພະບາງ ໄດ້ຈັດກອງປະຊຸມ ຝຶກອົບຮົມກ່ຽວກັບການເກັບກຳຂໍ້ມູນສະຖິຕິຂັ້ນບ້ານ ຕິດພັນກັບຂະບວນການສາມສ້າງຂອງເມືອງຂຶ້ນ, ໂດຍເປັນປະທານ ກ່າວເປີດກອງປະຊຸມຂອງທ່ານ ສົມມາລີ ຄຳເກັ່ງ ເຈົ້າເມືອງ-ເມືອງໂພນທອງ,ທ່ານ ສຸດາວັນ ແກ້ວບຸນທັນ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງໂພນທອງ, ມີບັນດາຄູຝຶກ, ນັກສຳມະນາກອນຕ່າງໜ້າຂັ້ນບ້ານ 42 ບ້ານທົ່ ວເມືອງເຂົ້າຮ່ວມທັງໝົດ 54 ທ່ານ ໃນນັ້ນ ຍິງ 2 ທ່ານ.
ໃນເບື້ອງຕົ້ນກອງປະຊຸມໄດ້ຮັບຟັງການໂອ້ລົມຊີ້ນໍາ ແລະ ກ່າວເປີດຈາກທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງ-ເມືອງໂພນທອງ, ແຂວງຫຼວງພະບາງ, ຫຼັງຈາກນັ້ນ ທ່ານ ແຫຼມທອງ ຈັນທະພອນ ຮອງສູນສະຖິຕິຫ້ອງການແຜນການ ແລະ ການລົງທຶນເມືອງໂພນທອງ ກໍ່ໄດ້ຂຶ້ນສະເໜີຈຸດປະສົງ ແລະ ເປົ້າໝາຍການຝຶກອົບຮົມການເກັບກໍາຂໍ້ມູນສະຖິຕິຂັ້ນບ້ານ ພ້ອມທັງ ເປັນຜູ້ຝຶກສອນຕາມເອກະສານປະກອບມີ: ເອກະສານປື້ມຄູ່ມີ ວິທີເກັບກໍາຂໍ້ມູນແບບຟອມຂັ້ນບ້ານ, ເອກະສານວິທີເກັບກຳຂໍ້ມູນແບບຟອມຂຶ້ນບັນຊີຄົວເຮືອນ, ເອກະສານວິທີເກັບກຳຂໍ້ມູນແບບຟອມວິສະຫະກິດ ແລະ ຫ້າງຮ້ານ, ແບບຟອມສັງລວມຂັ້ນບ້ານຂອງສະຖິຕິ, ທົດລອງປະຕິບັດແບບສອບຖາມຂັ້ນບ້ານຕົວຈິງ ຈາກນັ້ນ ນັກສຳມະນາກອນແຕ່ລະທ່ານ ກໍ່ໄດ້ພ້ອມກັນຝຶກອົບຮົມ ຕັ້ງແຕ່ວັນທີ5-7 ເມສາ ຈິງຈະສຳເລັດ.
Editor: ເມືອງໂພນທອງ