ເພື່ອບັນເທົາທຸກ ໃຫ້ແກ່ຄອບຄົວຜູ້ຖືກເຄາະຮ້າຍຈາກໄຟໄໝ້ເຮືອນ ໃນຄັ້ງວັນທີ 6 ເມສາ 2018 ຜ່ານມາ ດັ່ງນັ້ນ ອົງການກາແດງແຂວງບໍລິຄຳໄຊ ໄດ້ລົງມາສົບທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ແລະ ອຳນາດ ການປົກຄອງບ້ານ ພາຍໃນເມືອງ ວຽງທອງ, ແຂວງບໍລິຄໍາໄຊ ໄດ້ນຳເອົາເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ໃນຄົວເຮືອນຈຳນວນໜື່ງ ໄປມອບໃຫ້ແກ່ຄອບຄົວຜູ້ທີຖືກເຄາະຮ້າຍໄຟໄໝ້ເຮືອນ ເຊີ່ງຢູ່ບ້ານ ນ້ຳຢ້າງ ມີ 3 ຄອບຄົວ, ບ້ານສົບນາ ມີ 2 ຄອບຄົວ ແລະ ບ້ານ ໂຮມຈະເລີນ ມີ 1 ຄອບຄົວ ລວມມູນຄ່າທັງໝົດ 18,360,000 ກີບ.
ໂດຍການກ່າວມອບເຄື່ອງຈຳນວນດັ່ງກ່າວຂອງທ່ານ ນາງ ວັນເພັງ ໄຊສົງຄາມ ຮອງ ອົງການກາແດງ ແຂວງ ບໍລິຄຳໄຊ ແລະ ຮັບກໍ່ແມ່ນຄອບຄົວຜູ້ທີ່ຖືກເຄາະຮ້າຍ ໂດຍ ຊ່ອງໜ້າບັນດາ ພາກສ່ວກທີ່ກ່ຽວຂ້ອງຂອງເມືອງ, ອຳນາດການປົກຄອງບ້ານເປັນສັກຄີພະຍານ.
Editor: ເມືອງວຽງທອງ