ໃນເມື່ອບໍ່ດົນນີ້; ຢູ່ທີ່ສະໂມສອນຂອງເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາ 5 ວັນປະຫວັດສາດ ຂອງພັກຂອງຊາດ ແລະ ສາກົນ ຄື: ວັນປົດປ່ອຍພາກໃຕ້ຫວຽດນາມ (ວັນທີ 30 ເມສາ 1975 ຫາ ວັນທີ 30 ເມສາ 2018) ຄົບຮອບ 43 ປີ, ວັນເກີດ ທ່ານ ວະລາດີເມຍ ອີລິສເລນິນ (ວັນທີ 22 ເມສາ 1870 ຫາ ວັນທີ 22 ເມສາ 2018) ຄົບຮອບ 148 ປີ, ວັນສ້າງຕັ້ງສາຍພົວພັນລະຫວ່າງ ສປປ ລາວ ແລະ ສປ ຈີນ (ວັນທີ 25 ເມສາ ປີ 1961 ຫາ ວັນທີ 25 ເມສາ 2018) ຄົບຮອບ 57 ປີ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ (ວັນທີ 5 ເມສາ ປີ 1961 ຫາ ວັນທີ 5 ເມສາ 2018) ຄົບຮອບ 57.
ໃຫ້ກຽດປາຖະກາຖາໂດຍ ສະຫາຍ ລໍາທອງ ຂອບສີລາວົງ ເລຂາຄະນະບໍລິຫານງານພັກເມືອງ ອາດສະພັງທອງ ປາຖະກະຖາແກ່ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 43 ປີ ໂດຍສະຫາຍໄດ້ເວົ້າເຖິງມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງຫວຽດນາມ, ຍຸດທະສາດ ແລະ ກົນອຸບາຍຂອງຈັກກະພັດອາເມລິກາ ຕໍ່ ຫວຽດນາມ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງກອງທັບປະຊາຊົນຫວຽດນາມ ຕ້ານການຄອບຄອງຂອງຈັກກະພັດເອເມລິກາ ແລະ ສະຫາຍໄດ້ປາຖະກະຖາ ວັນເກີດ ທ່ານ ວະລາດີເມຍ ອີລິສເລນິນ ຄົບຮອບ 148 ປີ.
ຈາກນັ້ນ ສະຫາຍ ນາງ ສີສະອາດ ຮົດທະຈັກ ຫົວໜ້າຄະນະໂຄສະນາອົບເມືອງ ກໍ່ໄດ້ປາຖະກະຖາແກ່ວັນສ້າງຕັ້ງສາຍພົວພັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 57 ປີ ໂດຍໄດ້ກ່າວເຖິງຄວາມເປັນມາມູນເຊືອແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປລາວ ກັບ ສປ ຈິນ, ການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ສປ ຈີນ ແລະ ການສຶບຕໍ່ຂະຫຍາຍມູນເຊື້ອສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ສປປ ລາວ ແລະ ສປ ຈີນ ແລະ ສະຫາຍ ພັນໂທ ພົມມະຍັງ ຈັນແພງເພັດຮຸ່ງເຮືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ກໍ່ໄດ້ເຜີຍແຜ່ແກ່ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 57 ປີ. ພ້ອມກັນນັ້ນ ສະຫາຍ ບຸນແກດ ຫອມພະມາໄລ ປະທານແນວລາວສ້າງຊາດເມືອງ ກໍ່ໄດ້ຂຶ້ນປາຖະກະຖາເອກະສານ ມູນເຊື້ອຂອງຊາວ ໜຸ່ມລາວໂດຍສະເພາະໄດ້ເວົ້າເຖິງ ຈຸດປະສົງລະດັບຄາດໝາຍເປົ້າໝາຍຂອງເອກະສານ, ຄວາມສໍານຶກທົ່ວໄປກ່ຽວກັບມູນເຊື້ອຊາວໜຸ່ມລາວ ແລະ ມູນເຊື້ອຊາວໝຸ່ມລາວໃນແຕ່ລະຮຸ່ນ ຕື່ມອີກດ້ວຍ.
Editor: ນັກຂ່າວເມືອງອາດສະພັງທອງ