ໃນເມື່ອບໍ່ດົນນີ້ ຄະນະສະຫະພັນແມ່ຍິງ ໜ່ວຍຮາກຖານ ໂຮງຮຽນມັດທະຍົມສົມບູນພູຄູນ, ເມືອງພູຄູນ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ແລະ ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າອົງການຈັດຕັ້ງມະຫາຊົນ ໂດຍມີທ່ານ ເພັດສະໝອນ ວົງສີປະເສີດ ຮອງເຈົ້າເມືອງພູຄູນ, ທ່ານ ນາງ ຂັນທະລີ ພິມສີທອງ ຮອງປະທານສະຫະພັນແມ່ຍິງເມືອງ, ທ່ານ ໄຊເພັດ ແກ້ວນິນພັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີບັນດາສະມາຊິກຊາວໜຸ່ມ, ແມ່ຍິງພາຍໃນໜ່ວຍ, ແຂກຖືກເຊີນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ທ່ານ ນາງ ລັດດາ ແກ້ວປັນຍາ, ປະທານສະຫະພັນແມ່ຍິງໜ່ວຍຮາກຖານ ໂຮງຮຽນມັດທະຍົມບູນພູຄູນ ໄດ້ຜ່ານບົດຕີລາຄາຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ໂດຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານສຳຄັນ, ໄດ້ຈັດຕັ້ງເຜີຍແຜ່ຮໍ່າຮຽນ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ມະຕິກອງປະຊຸມຄັ້ງທີ IV ຂອງຄະນະສະຫະພັນແມ່ຍິງເມືອງ ເຊິ່ງເຮັດໃຫ້ສະມາຊິກສະຫະພັນແມ່ຍິງໃນທົ່ວໂຮງຮຽນມັດທະຍົມສົມບູນພູຄູນ ມີຄວາມສາມັກຄີກັນເປັນຢ່າງດີ, ເຊື່ອຫມັ້ນຕໍ່ການນຳພາຂອງພັກ, ມີສະຕິເປັນເຈົ້າຂອງປະເທດຊາດ ເປັນເຈົ້າສັງຄົມ, ເຊີດຊູມູນເຊື້ອຮັກຊາດ, ຮັກກຽດສັກສີຂອງແມ່ຍິງລາວ ແລະ ພ້ອມກັນຕັ້ງໜ້າປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ຕິດພັນກັບວຽກງານສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ. ເພື່ອສືບຕໍ່ປະຕິບັດວຽກງານຂອງແມ່ຍິງພາຍໃນໂຮງຮຽນໃນຕໍ່ໜ້າກໍ່ໄດ້ປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງ ໜ່ວຍຮາກຖານຊຸດໃໝ່ ເຊິ່ງມີຜູ້ສະໝັກ 9 ທ່ານ.
ຈາກນັ້ນ ໄດ້ຜ່ານມະຕິຕົກລົງວ່າດ້ວຍການຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າອົງການຈັດຕັ້ງມະຫາຊົນໃນສົກຮຽນ 2017-2018 ໂດຍປະກອບມີ: ເຍົາວະຊົນທັນວາ 51 ນ້ອງ, ຍິງ 29 ນ້ອງ, ສະມາຊິກຊາວໜຸ່ມ 96 ນ້ອງ, ຍິງ 61 ນ້ອງ ແລະ ສະມາຊິກສະພັນແມ່ຍິງ 41 ນ້ອງ ໃນໂອກາດດັ່ງກ່າວຍັງໄດ້ມອບຂອງຂວັນໃຫ້ແກ່ນັກຮຽນຜູ້ທີ່ມີຜົນງານດີເດັ່ນຕື່ມອີກດ້ວຍ.
Editor: ນັກຂ່າວເມືອງພູຄູນ