ທ້າຍອາທິດທີ່ຜ່ານມາ ຄະນະບໍລິຫານງານພັກແຂວງ, ເມືອງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ສຳນັກງານ-ອົງການ, ຂົງເຂດວຽກງານອ້ອມຂ້າງແຂວງ ບໍລິຄຳໄຊ ໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ທີ່ ອານຸສາວະລີນັກຮົບນິລະນາມ, ອານຸສອນສະຖານ ທ່ານ ສີສົມພອນ ລໍວັນໄຊ, ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເນື່ອງໃນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ. ພ້ອມທັງ ຮັບຟັງປາຖະກະຖາລະນຶກຫວນຄືນມູນເຊື້ອ ແລະ ຄວາມເປັນມາຂອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ ຄື: ( 05 ເມສາ 1961–05 ເມສາ 2018 ) ໃຫ້ກຽດປາຖະກະຖາໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ບໍລິຄໍາໄຊ,ມີຄະນະປະຈໍາພັກແຂວງ, ບັນດາພະແນກການ, ຂະແໜງການ, ພະນັກງານລັດຖະກອນ, ກໍາລັງ ປກຊ-ປກສ, ພະນັກງານອາວຸໂສບໍານານເຂົ້າຮ່ວມ.
ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ຍົກໃຫ້ເຫັນການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກໍາລັງປ້ອງກັນຄວາມສະຫງົບ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການຊີ້ນໍາ-ນໍາພາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ, ກໍາລັງປ້ອງກັນຄວາມສະຫງົບປະຕິວັດໄດ້ສືບທອດມູນເຊື້ອພິລະອາດຫານຈາກບັນພະບຸລຸດທີ່ຍິ່ງໃຫຍ່, ຍິ່ງຕີກໍ່ຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ, ການປະຕິວັດລາວກ້າວໜ້າຂະຫຍາຍຕົວຂື້ນຮອດບ່ອນໃດ ກໍາລັງປ້ອງກັນຄວາມສະຫງົບກໍ່ເຕີບໃຫຍ່ຂະຫຍາຍຕົວຮອດບ່ອນນັ້ນ, ທັງເປັນກໍາລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ຂອງປະຊາຊົນມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ໃນວັນທີ 13-15 ສິງຫາ 1950 ຢູ່ເຂດທີ່ໝັ້ນປະຕິວັດ ກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດໄດ້ໄຂຂື້ນຢ່າງເປັນທາງການ ເຊິ່ງໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະຂື້ນ ແລະ ແຕ່ງຕັ້ງລັດຖະບານລາວຕໍ່ຕ້ານ ປະກອບມີ 5 ກະຊວງ: ໃນນັ້ນ ມີກະຊວງພາຍໃນ ໂດຍແມ່ນທ່ານ ພູມີ ວົງວິຈິດ ເປັນລັດຖະມົນຕີວ່າການ ຕໍ່ມາຈາກຜົນໃນການເຕົ້າໂຮມ 2 ແຂວງ ປະທານ ໄກສອນ ພົມວິຫານ ກໍ່ໄດ້ປະກາດສ້າງຕັ້ງຄະນະສັນຕິລາດສູນກາງ ຢູ່ບ້ານເລີຍ, ແຂວງ ຫົວພັນ, ໃນໄລຍະນັ້ນ ກໍາລັງປ້ອງກັນຄວາມສະຫງົບມີ 03 ໜ້າທີ່ຕົ້ນຕໍສໍາຄັນ ຄື: ປ້ອງກັນການນໍາພັກ-ລັດ, ເປັນຄະນະກວດກາສາກົນ, ປຸກລຸກຂົນຂວາຍ-ກໍ່ສ້າງຮາກຖານການເມືອງ, ຫຼັງຈາກພວກຈັກກະພັດ ແລະ ລັດຖະບານຫຸ່ນວຽງຈັນ ໄດ້ຈັບບັນດາຜູ້ນໍາຂອງຝ່າຍແນວລາວຮັກຊາດ ຈໍານວນ 16 ທ່ານ ກັກຂັງຢູ່ຄຸກໂພນເຄັງ ແລະ ປິດລ້ອມກອງພັນທີ 2 ຢູ່ທົ່ງໄຫຫີນ, ສະນັ້ນ ຈຶ່ງໄດ້ມີຄວາມຈໍາເປັນຕ້ອງໄດ້ເພີ່ມທະວີວຽກງານປ້ອງກັນບັນດາການນໍາຂອງການປະຕິວັດ ໂດຍການສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຂື້ນ ໃນວັນທີ 5 ເມສາ 1961 ຢູ່ທີ່ບ້ານເລີຍ, ຕາແສງເມືອງໂສຍ, ແຂວງ ຫົວພັນ ເປັນຕົ້ນມາ ແລະ ທ່ານຍັງໄດ້ເລົ່າຄືນຜົນງານອັນພົ້ນເດັ່ນຂອງກໍາລັງ ປກສ ແຂວງ ບໍລິຄໍາໄຊ ນັບແຕ່ມື້ສ້າງຕັ້ງແຕ່ວັນທີ 9 ພຶດສະພາ 1984 ເປັນຕົ້ນມາ ນັບມື້ນັບພັດທະນາທາງດ້ານກໍາລັງ ແລະ ລະບົບການປະຕິບັດໜ້າທີ່ວຽກງານທີ່ທັນສະໄໝ ແລະ ເຕີບໃຫຍ່ຂະຫຍາຍຕົວຂື້ນເລື້ອຍໆ ເຮັດໃຫ້ແຂວງ ບໍລິຄໍາໄຊ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ 100 %.
Editor: ປກສ ແຂວງບໍລິຄຳໄຊ