ໃນວັນ ທີ 4 ເມສາ 1018 ນີ້ ຢູ່ທີ່ເດີນ ກອງບັນຊາການ ປກສ ເມືອງຊະນະຄາມ, ແຂວງວຽງຈັນ ໄດ້ຈັດພິທີທຳລາຍ ອາວຸດ ລ່າເນື້ອ ຈັກສະຕິນ ໝໍ້ຊອດປາ ແລະ ອຸປະກອນເສບຢາເສບຕິດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສະຫມານ ວິເສດຍະພົງ, ເລຂາພັກເມືອງ ເຈົ້າເມືອງ ເມືອງ ເມືອງຊະນະຄາມ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນເມືອງ ມີ ທ່ານ ພັນໂທ ຄຳຟອງ ວົງດາລາແສນ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງຊະນະຄາມ ມີບັນດາຫົວໜ້າຫ້ອງການ ພະນັກງານ ທະຫານ ຕໍາຫຼວດ ແລະ ນັກຮຽນກົດໝາຍຊັ້ນຕົ້ນ ກໍ່ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.
ກ່ອນຈະເຂົ້າສູ່ພິທີທໍາລາຍ ອາວຸດລ່າເນື້ອ ຈັກສະຕິນ ໝໍ້ຊອດ ແລະ ອຸປະກອບເສບຢາເສບຕິດ. ທາງກອງບັນຊາການ ປກສ ເມືອງຊະນະຄາມ ໄດ້ສັງລວມ ຜົນງານການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ໃນໄລຍະ 1 ປີຜ່ານມາ ໄດ້ດຳເນີນແກ້ໄຂຄະດີ ອາຍາ ແລະ ຄະດີເສດຖະກິດ ໄດ້ທັງໜົດ 47 ລາຍ ມີຜູ້ກະທຳຜິດ 73 ຄົນ ຍິງ 4 ຄົນ, ດຳເນິນແກ້ໄຂຄະດີຢາເສບຕິດ ໄດ້ 143 ລາຍ ມີຜູ້ກະທຳຜິດ ທັງໜົດ 159 ຄົນຍິງ 29 ຄົນ, ຂອງກາງ ຢາບ້າ ໄດ້ 14 888 ເມັດ, ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະປະຈໍາພັກເມືອງຊະນະຄາມ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງແກ້ໄຂປະກົດການຫຍໍ້ທໍ້ບັນຫາຢາເສບຕິດ ໄດ້ 18 ບ້ານ ມີຜູ້ກ່ຽວຂ້ອງກັບຢາເສບຕິດ 885 ຄົນ ຜູ້ຂາຍ 51 ຄົນ, ຍິງ 46 ຄົນ ມີຜູ້ເສບ 834 ຄົນ ແລະ ນອກຈາກນີ້ ໃນໄລຍະຜ່ານມາກອງບັນຊາການ ປກສ ເມືອງຊະນະຄາມ ຍັງໄດ້ ເກັບກຳທ້ອນໂຮມ ອາວຸດລ່າເນື້ອ ໄດ້ 177 ກະບອກ, ປືນລົມສູບ 17 ກະບອກ, ໜໍ້ຊອດປາ 45 ໜ່ວຍ ຈັກສະຕິນ 48 ເຄື່ອງ ບາເລື້ອຍໄມ້ 6 ອັນ ໃບຊອຍ 3 ໃບ ຕຸກກະຕາ 1 ອັນ
ຈາກນັ້ນ, ພິທີຈຶ່ງໄດ້ມີການທໍາລາຍ ໃນມື້ວັນທີ 4 ເມສາ 2018 ຢ່າງເປັນທາງການ.
Editor: ນັກຂ່າວເມືອງຊະນະຄາມ