ໃນວັນທີ 4 ເມສາ ຜ່ານມານີ້ ຢູ່ທີ່ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ຮາກຖານກໍາມະບານຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ສໍາເລັດກອງປະຊຸມໃຫ່ຍຄັ້ງທີ III ໂດຍການເປັນປະທານຂອງສະຫາຍ ບຸນແກດ ຫອມພະມາໄລ ປະທານແນວລາວສ້າງຊາດເມືອງ, ສະຫາຍ ນາງ ຄອນສະຫວັນ ວອນທະວີສຸກ ປະທານສະຫະພັນກໍາມະບານເມືອງ, ມີກໍາມະບານຮາກຖານ, ສະມາຊິກກໍາມະບານພາຍໃນຫ້ອງການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນພິທີ ແມ່ນໄດ້ຮັບຟັງບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດວຽກງານກໍາມະບານ ແລະ ທິດທາງແຜນການເຄື່ອນໄຫວວຽກງານກໍາມະບານຮາກຖານໃນໄລຍະຜ່ານມາ. ໜ່ວຍກໍາມະບານຮາກຖານຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແມ່ນໜ່ວຍກໍາມະບານຮາກຖານເອກະລາດ, ໂດຍຂຶ້ນກັບການຊີ້ນໍາ-ນໍາພາ ຂອງໜ່ວຍພັກຫ້ອງການສິກໍາ ແລະ ປ່າໄມ້ເມືອງໂດຍກົງ, ໃນໄລຍະຜ່ານມາ ແມ່ນມີຫຼາຍຜົນງານທີ່ໂດດເດັ່ນເປັນຕົ້ນກໍ່ແມ່ນ: ວຽກງານທາງດ້ານການເມືອງ-ແນວຄິດ ເຫັນວ່າ ສະມາຊິກກໍາມະບານທຸກຄົນ ແມ່ນມີແນວຄິດອຸ່ນອ່ຽນທຸ່ນທ່ຽງດີ ແລະ ມີຄວາມເຊື່ອໝັ້ນຕໍ່ພັກ-ລັດ, ນັບຖືກົດລະບຽບຂອງກໍາມະບານວາງອອກ ແລະ ລະບຽບກົດໝາຍໄດ້ດີ ແລະ ສະມາຊິກກໍາມະບານທຸກສະຫາຍ ແມ່ນໄດ້ເອົາໃຈໃສ່ຕໍ່ການຮໍ່າຮຽນເອກະສານການເມືອງ, ດ້ານວິຊາສະເພາະຂອງຕົນ.
ຈາກນັ້ນ ກໍ່ໄດ້ມີການກ່າວອໍາລາໜ້າທີ່ຂອງຄະນະກໍາມະບານຮາກຖານຊຸດເກົ່າ ແລະ ໄດ້ປ່ອນບັດຄັດເລືອກເອົາຄະນະກໍາມະບານຮາກຖານຊຸດໃໝ່ ໂດຍມີຜູ້ເລືອກຕັ້ງ 5 ສະຫາຍ ຄັດເອົາ 3 ຫາຍ. ໂດຍຜ່ານການເລືອກຕັ້ງເອົາຄະນະກໍາມະບານຊຸດໃໝ່ປາກົດວ່າ: ສະຫາຍ ນາງ ບົວຜັນ ວໍລະຈິດ ໄດ້ເປັນປະທານ ກໍາມະບານຮາກຫ້ອງການກະສິກໍາ ແລະ ປ່າໄມ້ຊຸດໃໝ່, ສະຫາຍ ບົວຄໍາ ສິດທິຊົນ ເປັນຮອງປະທານຮາກຖານກໍາມະບານ ທັງເປັນປະທານກວດກາຮາກຖານກໍາມະບານ ແລະ ສະຫາຍ ນາງ ຂັນທະມະລາ ດວງວິໄຊ ເປັນກໍາມະການ ຂອງຮາກຖານກໍາມະບານ ຫ້ອງການກະສິກໍາ ແລະ ປ່າໄມ້.
Editor: ນັກຂ່າວເມືອງອາດສະພັງທອງ