ໃນວັນທີ 5 ເມສາ ຜ່ານມານີ້ ຢູ່ທີ່ສະໂມສອນເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກາຖາ ວັນສຳຄັນຕ່າງໆຂອງພັກ ຂອງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຮືອງ ເພັດຊົມພູ ຮອງເຈົ້າເມືອງຈໍາພອນ,ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ນ້ອງນ້ອຍຊາວໜຸ່ມເຂົ້າຮ່ວມ.
ໃຫ້ກຽດປາຖະກາຖາ ວັນສ້າງຕັ້ງກອງກໍາລັງປ້ອງກັນຄວາມສະຫງົບ ໂດຍທ່ານ ບຸນລໍ້າ ເລັ່ງສະຫວັດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ, ທ່ານ ສີສະຫວັດ ອີນສີຊຽງໃໝ່ ປະທານແນວລາວສ້າງຊາດເມືອງ,ກໍ່ໄດ້ຜ່ານເອກະສານ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 43 ປີ ແລະ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ, ພ້ອມນັ້ນ ທ່ານ ນາງ ເຮືອງ ເພັດຊົມພູ ກໍ່ໄດ້ຜ່ານເອກະສານ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ກັບ ສປ ຈີນ ຄົບຮອບ 57 ປີ ແລະ ວັນເກີດ ເລນິນ ຄົບຮອບ 148 ປີ ພ້ອມດຽວກັນນັ້ນ ອົງການຈັດຕັ້ງມະຫາຊົນກໍ່ ໄດ້ມອບ-ກະຕ່າດອກໄມ້ຂອງຂັວນໃຫ້ກຳລັງປ້ອງກັນຄວາມສະຫງົບ ແລະ ຫ້ອງການຊາວໜຸ່ມເມືອງຈຳພອນນຳອີກດ້ວຍ.
Editor: ນັກຂ່າວເມືອງຈຳພອນ