ໃນເມື່ອບໍ່ດົນນີ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງພູຄູນ ແຂວງຫຼວງພະບາງ ຮ່ວມກັບ ຫ້ອງການຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ສຶກສາອົບຮົມພໍ່ແມ່ປະຊາຊົນຜູ້ທີ່ລະເມີດຖາງປ່າແກ, ຊຶ່ງຈັດຢູ່ສະໂມສອນກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄຳຜຸຍ ກິນດາວົງ ປະທານແນວລາວສ້າງຊາດເມືອງ, ມີຫົວໜ້າຫ້ອງການ, ຄະນະກຳມະການສືບສວນ-ສອບສວນ, ພະນັກງານທີ່ກ່ຽວຂ້ອງ, ເຈົ້າຫນ້າທີ່ປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ທ່ານ ຂັນທອງ ຈັນທະວິໄລ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ໃຫ້ຮູ້ວ່າ: ຜູ້ທີ່ລະເມີດຖາງປ່າແກ ແມ່ນມີ ທັງໝົດ 3 ບ້ານຄື: ບ້ານນາກຶນ, ບ້ານສາມແຍກ ແລະ ບ້ານຈີມ, ມີ 40 ຄອບຄົວ ກວມເອົາເນື້ອທີ່ຄວາມເສຍຫາຍ 30,3 ເຮັກຕາ. ໃນເບື້ອງຕົ້ນໄດ້ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ແກ່ພໍ່ແມ່ປະຊາຊົນ ພ້ອມທັງ ເຜີຍແຜ່ກົດລະບຽບກ່ຽວກັບທີ່ດິນ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍສິ່ງແວດລ້ອມ, ກົດໝາຍອາຍາ ແລະ ລະບຽບການອື່ນໆ ທີ່ກ່ຽວຂ້ອງກັບແຜນການນະໂຍບາຍຂອງ ພັກ-ລັດ ເພື່ອການຄຸ້ມຄອງຊັບພະຍາກອນ
ທຳມະຊາດ ໂດຍສະເພາະທີ່ດິນ ແລະ ປ່າໄມ້ໃຫ້ມີຄວາມສອດຄ່ອງ ຖືກຕ້ອງກັບແຜນພັດທະນາໃນໄລຍະໃໝ່ ໃຫ້ທຸກຊັ້ນຄົນໃນສັງຄົມ ມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ ແລະ ສະພາບແວດລ້ອມໃຫ້ຍືນຍົງ.
ໃນໂອກາດດັ່ງກ່າວທ່ານ ຄຳຜຸຍ ກິນດາວົງ ປະທານແນວລາວສ້າງຊາດເມືອງ ກໍໄດ້ໂອ້ລົມຕໍ່ຜູ້ເຂົ້າຮ່ວມ ພ້ອມທັງ ແນະນຳໃຫ້ປະຊາຊົນຫັນຈາກການຖາງປ່າເຮັດໄຮ່ ມາສູ່ການປູກພືດຜັກ, ລ້ຽງສັດເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ, ເອົາໃຈໃສ່ໃນການຮັກສາ, ຄຸ້ມຄອງປ່າໄມ້ຕິດພັນກັບການຜະລິດກະສິກໍາໃຫ້ໄດ້ຮັບຜົນດີ ແລະ ບໍ່ຄິດທຳລາຍປ່າໄມ້ຢ່າງຊະຊາຍຈົນສົ່ງຜົນກະທົບໃນທາງລົບ.
Editor: ນັກຂ່າວເມືອງພູຄູນ