ກົມນະໂຍບາຍ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ແລະ ບໍລິສັດ ບົວລະພາ ກະສິກຳ, ປ່າໄມ້ ຈໍາກັດ. ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລືຂັ້ນວິຊາການ ກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທຳມະຊາດ ໂຄງການກະສິກຳ-ປ່າໄມ້ ແລະ ໂຮງງານ ໄມ້ຝານ-ໄມ້ອັດ ຂອງ ບໍລິສັດ ບົວລະພາ ກະສິກຳ, ປ່າໄມ້ ຈຳກັດ ເຊິ່ງຈະສ້າງຕັ້ງຢູ່ທີ່ ເມືອງຫີນເຫີບ, ແຂວງວຽງຈັນ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວໂດຍ ທ່ານ ຖາວອນ ວົງໂພສີ, ຮອງຫົວຫນ້າກົມນະໂຍບາຍ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ບຸນຮຽງ ໄຊຍະແສງ,ຮອງຫົວຫນ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ພ້ອມດ້ວຍທ່ານ ທອງໄຊ ສູນທະວົງ, ປະທານແນວລາວສ້າງຊາດເມືອງໂພນໂຮງ, ມີຄະນະທີ່ປຶກສາ, ຄະນະອໍານວຍການບໍລິສັດ ບົວລະພາ ກະສິກໍາ, ປ່າໄມ້ ຈໍາກັດ. ບັນດາທ່ານນາຍບ້ານ ແລະ ປະຊາຊົນ ທີ່ນອນໃນໂຄງການເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມເທຶ່ອນີ້ ຈັດຂຶ້ນເພຶ່ອປຶກສາຫາລືປະເມີນຜົນວ່າ ໂຄງການຈະມີຜົນກະທົບຕ່ໍສິ່ງແວດລ້ອມທຳມະຊາດ ແລະ ຊຸມຊົນທ້ອງຖິ່ນ ແລະ ສ້າງໃຫ້ໂຄງການເປັນທີ່ຍອມຮັບຂອງທຸກພາກສ່ວນ ທີ່ມີການຄຸ້ມຄອງ ພ້ອມທັງຫລຸດຜ່ອນຜົນກະທົບໃຫ້ຫນ້ອຍລົງ ທັງຫມົດ ກ່ໍເພຶ່ອກະກຽມ-ເພຶ່ອການລົງທຶນ ສ້າງໂຮງງານກັ່ນຊີວະພາບຂະຫນາດໃຫຍ່ຂອງບໍລິສັດ ບົວລະພາ. ທ່ານ ມາຕິນ ຟໍເລັນ ອໍານວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ກ່າວວ່າ: ພວກເຮົາໄດ້ຖືສໍາຄັນຫລາຍດ້ານສິ່ງແວດລ້ອມ ທີ່ຈະສົ່ງຜົນຕ່ໍທໍາມະຊາດ, ຊຸມຊົນ, ແຫລ່ງນ້ຳ ແລະ ອຶ່ນໆ, ໂດຍສະເພາະໂຄງການສ້າງໂຮງງານ ໄມ້ຝານ ແລະ ໄມ້ອັດ. ຕົ້ນຕໍແມ່ນ ບັນຫາສຽງດັງ, ກິ່ນເຫມັນ, ນ້ຳເປຶ້ອນ, ສິ່ງເສດເຫລຶອອັນຕະລາຍ, ມົນລະພິດ ແລະ ອຶ່ນໆ ບໍ່ໃຫ້ເກີດຂຶ້ນ. ໂຮງານໄມ້ຝານ ແລະ ໄມ້ອັດ ໂດຍນຳໃຊ້ໄມ້ວິກ ທີ່ມີຄວາມຕ້ອງການວັດຖຸດິບ ສູງເຖິງ 1,12 ແສນແມັດກ້ອນຕໍ່ປີ ເພຶ່ອຝານ ແລະ ຜະລິດໄມ້ອັດ ຈຳຫນ່າຍພາຍໃນ ແລະ ສົ່ງອອກ. ແລະ ໂຄງການສົ່ງເສີມປະຊາຊົນປູກໄມ້ວິກ ແບບມີສ່ວນຮ່ວມກັບບໍລິສັດ ຈຶ່ງແມ່ນສິ່ງທີ່ສ້າງສິ່ງຮອງຮັບ ເພື່ອໃຫ້ມີວັດຖຸດິບມີພຽງພໍສະຫນອງໃຫ້ໂຮງງານດັ່ງກ່າວ.
ຜ່ານມາ ກອງປະຊຸມຫາລື ໂຄງການສົ່ງເສີມປະຊາຊົນປູກໄມ້ວິກແບບມີສ່ວນຮ່ວມກັບບໍລິສັດ ແລະ ໂຄງການສ້າງໂຮງງານ ແມ່ນ ໄດ້ຈັດຂຶ້ນຫລາຍຄັ້ງແລ້ວ ໃນລະດັບບ້ານ, ເມືອງ ແລະ ແຂວງ, ນອກຈາກນີ້ ຄະນະລັດຖະບານ ກໍ່ຍັງໄດ້ຕິດຕາມປະເມີນຜົນກະທົບຕ່າງໆ ເພຶ່ອຊ່ວຍໃຫ້ໂຄງການດຳເນີນໄປໄດ້ຢ່າງມີປະສິດທິຜົນ.
Editor: ຕະວັນ ແສງສະຫວັນ