ໃນຕອນເຊົ້າຂອງວັນທີ 3 ເມສາ 2018 ນີ້ ເມືອງໝື່ນ, ແຂວງວຽງຈັນ ໄດ້ຈັດພິທີປະຖາກະຖາວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ 14 ເມສາ 1955 – 14 ເມສາ 2018 ຂື້ນເປັນທາງການ ທີ່ສະໂມສອນໃຫ່ຍຫ້ອງວ່າການປົກຄອງເມືອງໝື່ນ ແຂວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພອນເທີດ ສຸຫວັດດີ, ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ-ເມືອງໝື່ນ, ມີຫົວໜ້າຫ້ອງການ, ໜ່ວຍຊາວໜຸ່ມອ້ອມຂ້າງເມືອງ ພ້ອມທັງນ້ອງນັກຮຽນເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໃນພິທີ ທ່ານ ພອນເທີດ ສຸຫວັດດີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ-ເມືອງໝື່ນ ໄດ້ໃຫ້ກຽດຂື້ນປາຖະກະຖາເລົ່າມູນເຊື້ອປະຫວັດຄວາມເປັນມາຂອງວັນສ້າງຕັ້ງຊາວໜຸ່ມ ໂດຍທ່ານໃດ້ຍົກໃຫ້ເຫັນ ຄວາມໂຫດຮ້າຍປາເຖື່ອນຂອງສັກດີນາ ແລະ ຈັກກະພັດຕ່າງດ້າວທີ່ມາຮຸກຮານລາວໃນສະໄໝກ່ອນ, ໂດຍທີປະເທດຊາດລາວບໍ່ຍອມກົົ້ມຫົວເສຍສູນເສຍເອກະລາດ ຊາວໜຸ່ມລາວເປັນຈຳນວນຫຼາຍໄດ້ຊອກຫາເສັ້ນທາງ ເພື່ອຕໍ່ສູ້ກູ້ຊາດ ແລະ ເກີດມີຂະບວນການລຸກຮື້ຂື້ນຕໍ່ສູ້ກົດຂີ່ຂູດຮີດຂອງພວກຈັກ ກະພັດຝຮັງ ເຊັ່ນ: ຂະບວນການຕໍ່ສູ້ໂດຍອົງແກ້ວ, ອົງກົມມະດຳ, ພໍ່ກະດວດ, ເຈົ້າຟ້າປັດໃຈ, ເຈົ້າຟ້າເມືອງສິງ, ນາຍຄູຄຳ ແລະ ອື່ນໆ. ພ້ອມນັ້ນກໍ່ໄດ້ປຸກລະດົມເຕົ້າຮ່ວມກຳລັງແຮງຊາວໜຸ່ມ ເພີ່ມພູນຜະລິດຜົນ ຕາມຄຳຂັວນທີວ່າ: ‘’ທຸກສິ່ງທຸກຢ່າງ ເພື່ອແນວໜ້າ ທຸກສິ່ງ ທຸກຢ່າງ ເພື່ອຕີເອົາຊະນະຈັກກະພັດອາເມລິກາ ແລະ ລູູກມື້ ‘’ ຊາວໜຸ່ມຢູ່ທຸກຂົງເຂດພ້ອມກັນແຂ່ງຂັນປະຕິບັດຄຳຂັວນທີ່ວ່າ ‘’ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວ ໜຸ່ມຂານອາສາ’’ ສະນັ້ນ ຊາວໜຸ່ມລາວທຸກຄົນໃຫ້ມີນ້ໍ້າໃຈເດັດດ່ຽວໜຽວແໜ້ນ, ມີຄວາມອົງອາດກ້າຫານ ແລະ ມີນ້ຳ ໃຈວິລະຊົນ ບໍ່ຍອມຈຳນົນ ໃນການຕໍ່ສູ້ຕ້ານສັດຕູ້ຜູ້ຮຸກຮານ ເພື່ອກອບກູ້ເອົາແຜນດິນ ຄວາມເປັນເອກະລາດ, ອິດສະຫຼະພາບ ມາໃຫ້ແກ່ປະຊາຊົນລາວ, ຈົ່ງສອບທອດມູນເຊື່ອດັ່ງກ່າວນັ້ນເຂົ້າໃນການພັດທະນະຕົນເອງ ແລະ ສ້າງສາພັດທະນະນາປະເທດຊາດໃຫ້ປະກົດຜົນເປັນຈິງ, ມີຫຼັກໝັ້ນການເມືອງໜັກແໜ້ນ, ມີນໍ້າໃຈຮັກຊາດ, ມີຄວາມກະຕັນຍຸ້ ຮູ້ບຸນຄຸນຕໍ່ຄົນຮຸ່ນກ່ອນ ດັ່ງທີວ່າ: ໄດ້ກິນນໍ້າຢ່າລື່ມບໍ ຫຼື ໄດ້ກິນໝາກຢ່າລື່ມຜູ້ປູກ.
Editor: ເມືອງຫມື່ນ