ອຳນາດການປົກຄອງເມືອງຫລວງພະບາງ ເມືອງມໍລະດົກໂລກ, UNESCO ກຳລັງກະກຽມເພື່ອປະກາດເປັນນະຄອນຫຼວງພະບາງ ໃນໄລຍະບຸນປີໃໝ່ລາວ 2018 ນີ້ ຕາມຂໍ້ມູນ ທີ່ປະກົດໃນຕາຕະລາງການສະເຫຼີມສະຫຼອງປີໃໝ່ລາວປີ 2018.
ໃນກຳນົດການສະເຫຼີມສະຫຼອງປີໃໝ່ລາວປີ 2018 ນີ້ ເມືອງຫຼວງພະບາງ ໄດ້ກຳນົດຫຼາຍກິດຈະກຳ ເພື່ອສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ເລີ່ມຕັ້ງແຕ່ວັນທີ 10 ເມສາ ຈົນຮອດ 20 ເມສາ ເຊິ່ງບັນດາກິດຈະກຳທີ່ສຳຄັນ ໃນນັ້ນປະກອບມີ ການເປີດປີທ່ອງທ່ຽວລາວ 2018 ແລະ ການປະກາດເປັນ ນະຄອນຫຼວງພະບາງ.
ທັງນີ້ ການປະກາດເປັນນະຄອນຫຼວງພະບາງນັ້ນ ຈະໄດ້ຈັດຂຶ້ນໃນວັນທີ 15 ເມສາ 2018 ທີ່ຫ້ອງວ່າການປົກຄອງເມືອງຫຼວງພະບາງ ເຊິ່ງຕັ້ງຢູ່ ບ້ານ ຄອຍ ເລີ່ມຕັ້ງແຕ່ເວລາ 8:00 ໂມງເຊົ້າເປັນຕົ້ນໄປ.
ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2015 ໄດ້ລະບຸໄວ້ວ່າ ນະຄອນແມ່ນ ເມືອງ ຫຼື ເທດສະບານ ທີ່ມີພັດທະນາໃນລະດັບສູງ ເຊິ່ງມີເງື່ອນໄຂໃນການສ້າງຕັ້ງ ຄື: ຕ້ອງມີພົນລະເມືອງ 60,000 ຄົນ ຂຶ້ນໄປ ແລະ ໃນເຂດຕົວເມືອງ ຫຼື ຕົວເທດສະບານ ຕ້ອງມີພົນລະເມືອງບໍ່ຕໍ່າກວ່າ 25,000 ຄົນ, ມີຄວາມ ໜາແໜ້ນຂອງປະຊາກອນ ຢູ່ທີ່ 900 ຄົນຕໍ່ກິໂລຕາແມັດຂຶ້ນໄປ, ມີປະຊາກອນທີ່ປະກອບອາຊີບເປັນກະສິກອນໃນເຂດຕົວເມືອງບໍ່ເກີນ 25%, ມີພື້ນຖານໂຄງລ່າງທີ່ພັດທະນາໃນລະດັບສູງ, ເປັນບ້ານພັດທະນາທັງໝົດ ແລະ ກຸ້ມຕົນເອງດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ມີສ່ວນແຮເພື່ອການລົງທຶນ.
Editor: ແຂວງຫລວງພະບາງ