ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການເກັບກູ້ວຸດເຖື່ອນ, ອາວຸດລ່າເນື້ອ, ຈັກສະຕີ່ນ ແລະ ອຸປະກອນຫາປາທີ່ຜິດກົດໝາຍ ຢູ່ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການປົກຄອງເມືອງ ໃນວັນທີ່ 3 ເມສາ 2018 ໂດຍກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ຈວງຈັນ ລາດຊະວົງ ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງ, ມີຄະນະກອງບັນຊາການ ປກສ-ປກຊ ແຂວງ, ຄະນະປະຈໍາພັກເມືອງ, ຄະນະກໍາມະການເກັບກູ້ອາວຸດເຖື່ອນ ຂັ້ນແຂວງ-ຂັ້ນເມືອງ, ເມືອງອ້ອມຂ້າງ, ຫົວໜ້າຫ້ອງການ ແລະ ມີຄະນະພັກກຸ່ມບ້ານເຂົ້າຮ່ວມ .
ໃນວາລະກອງປະຊຸມ ທ່ານ ພັນໂທ ຄຳແພນ ວິລືທຳ ຄະນະກອງບັນຊາທະຫານແຂວງ, ຫົວໜ້າຫ້ອງການເສນາທິການຄະນະເກັບກູ້ອາວຸດເຖື່ອນຂັ້ນແຂວງ, ໄດ້ໃຫ້ກຽດຂຶ້ນຜ່ານບົດລາຍງານໃນໄລຍະປະຕິບັດວຽກງານການເກັບກູອາວຸດເຖື່ອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນສະພາບການອັນພົ້ນເດັ່ນມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້, ການເກັບກູ້ອາວຸດເຖື່ອນຢູ່ເມືອງ ວຽງທອງ ແມ່ນໄດ້ແບ່ງເປັນ 2 ຊຸດ: ຊຸດທີ່ 1 ລົງຈັດຕັ້ງເກັບຢູ່ບັນດາຫ້ອງການທີ່ຂຶ້ນກັບເມືອງ-ກຸ່ມບ້ານໃນເທດສະບານເມືອງ, ຊຸດ 2 ລົງຈັດຕັ້ງເກັບກູ້ຢູ່ 9 ບ້ານ ຫຼໍ່ແຫຼມ ແລະ 5 ກຸ່ມບ້ານ ເທົ່າກັບ 25 ບ້ານ.
ຜ່ານການເກັບກູ້ຕົວຈິງສາມາດເກັບໄດ້ອາວຸດເສີກ, ອາວຸດລ່າເນື້ອ, ຈັກສະຕີ່ນ ແລະ ເຄື່ອງມືຫາປາແບບຜິດກົດໝາຍໄດ້ຈາກ 1.806 ເປົ້າໝາຍ, ໄດ້ອາວຸດທັງໝົດ 2.175 ອັນ. ໃນນັ້ນ ອາວຸດເສີກ 94 ກະບອກ, ໝາກແຕກ 2 ໜ່ວຍ, ລູກປືນ 123 ລູກ, ອາວຸດລ່າເນື້ອ 1.479 ບອກ, ເລົາປືນ 88 ເລົາ, ຈັກສະຕິ່ນ 268 ເຄື່ອງ ແລະ ໝໍ້ຊັອດ 124 ໜ່ວຍ, ມີບັນດາເປົ້າໝາຍທີ່ມີຂໍ້ມູນແຕ່ຫຼັກຖານພິຍານບໍ່ພຽງພໍຈະແຈ້ງບໍ່ສາມາດເກັບກູ້ໄດ້ແຕ່ໄດ້ສ້າງບົດບັນທຶກໃຫ້ມີ 148 ເປົ້າໝາຍ ແລະ ເປົ້າໝາຍທີ່ບໍ່ມາໃຫ້ການຕໍ່ເຈົ້າໜ້າທີ່ມີຈໍານວນ 17 ເປົ້າໝາຍ ໂດຍມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຕິດຕາມກວດກາຈັດຕັ້ງປະຕິບັດເກັບກູ້ຄືນໃຫ້ໄດ້. ກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບົດສະຫຼຸບ ແລະ ທິດທາງແຜນການປະຕິບັດໃນໄລຍະຕໍ່ໄປຢ່າງມີຄວາມຮັບຜິດຊອບສຸງ. ຕອນທ້າຍກອງປະຊຸມ ທ່ານ ພັນເອກ ຈວງຈັນ ລາດຊະວົງ ໄດ້ເປັນກຽດໂອ້ລົມຊິ້ນໍາກ່ອນອຶ່ນ ທ່ານ ໄດ້ຍົກໃຫ້ເຫັນສະພາບການໃນສາກົນ ແລະ ພາກພື້ນທີ່ສົ່ງຜົນກະທົບຕໍ່ກັບປະເທດເຮົາໂດຍສະເພາະເຂົາໄດ້ໂຄສະນາໃສ່ຮ້າຍປ້າຍສີລະບອບໃໝ່ຂອງພວກເຮົາ, ເຂົາໄດ້ສວຍໃຊ້ການແບ່ງແຍກຄວາມສາມັກຄີຂອງບັນດາເຜົ່າ, ນໍາໃຊ້ສາດສະໜາບິດເບືອນຕໍ່ແນວທາງຂອງພັກ-ລັດ, ທ່ານໄດ້ຮຽກຮ້ອງໃຫບຸກຄົນເອົາໃຈໃສ່ເຈົ້າການໃນການສຶກສາອົບຮົມແນວຄິດໃຫ້ພໍ່ແມ່ປະຊາຊົນໃຫ້ເຂົ້າໃຈເຊື່ອມຊືມຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເພື່ອໃຫ້ເຂົາເຈົ້າປະກອບສ່ວນປະຕິບັດເຮັດໜ້າທີ່ການເມືອງຂອງພັກ, ປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ, ເອົາໃຈໃສ່ແກ້ໄຂບັນຫາອາວຸດເຖື່ອນນີ້ໃຫ້ຕົກໄປ, ເນັ້ນບາງບັນຫາໃຫ້ຄະນະພັກເມືອງຖືວຽກງານນີ້ເປັນວຽກສໍາຄັນ, ກໍາລັງ ປກສ-ປກຊ ພາຍໃນເມືອງຕ້ອງເອົາໃຈໃສ່ສືບຕໍ່ຕິດຕາມບັນດາເປົ້າໝາຍທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມແນວທາງຂອງພັກ-ລັດ ເພື່ອປະຕິບັດຕາມລະບຽບກົດໝາຍຕໍ່ຜູ້ລະເມີດໃຫ້ຖືກຕາມເປົ້າໝາຍ.
Editor: ນັກຂ່າວເມືອງວຽງທອງ