ໃນວັນທີ 03 ເມສາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສາລະວັນ ເຊິ່ງມີ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ພ້ອມດ້ວຍບັນດາ ຮອງເຈົ້າແຂວງ, ຄະນະພັກ-ຄະນະນຳແຂວງ, ພະແນກການ ແລະ ຫ້ອງການອ້ອມຂ້າງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ທ່ານ ບົວທອງ ຄຸນຍອດປັນຍາ ຮອງເຈົ້າແຂວງໆສາລະວັນ ໄດ້ລາຍງານໃຫ້ຊາບກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 1 ປີທີ່ຜ່ານມາ ແລະ ບັນດາວຽກງານທີ່ປິ່ນອ້ອມ ເຊິ່ງເຫັນວ່າ ເສດຖະກິດ ມີການຂະຫຍາຍຕົວໃນລະດັບ 7,5%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 3,9 ພັນກວ່າຕື້ກີບ, ຄິດເປັນລາຍໄດ້ສະເລ່ຍ 9,58 ລ້ານກີບ ຫລື (1.197 ໂດລາສະຫະລັດ) ຕໍ່ຄົນຕໍ່ປີ, ດ້ານການລົງທຶນ ມີມູນຄ່າກວ່າ 1,5 ພັນຕື້ກີບ ລື່ນແຜນການ 19,12%, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການ ຈຳນວນ 149 ກວ່າຕື້ກີບ ສະເພາະ 3 ເດືອນຕົ້ນປີ 2018 ສາມາດເກັບລາຍຮັບໄດ້ 28 ກວ່າຕື້ກີບ ເທົ່າກັບ 20,63%; ດ້ານວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກ ແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ການໂຮມເອົາບ້ານນ້ອຍມາເປັນບ້ານໃຫຍ່ ຊຶ່ງໄດ້ເຮັດໃຫ້ບ້ານທຸກຍາກຫຼຸດລົງເຫຼືອ 64 ບ້ານ ເທົ່າກັບ 11% ແລະ ຄອບຄົວທຸກຍາກຍັງເຫຼືອ 4.200 ກວ່າຄອບຄົວ ກວມ 5,9%.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນງານ ແລະ ຜົນສຳເລັດ ທີ່ຄະນະພັກ-ອຳນາດການປົກຄອງແຂວງ ແລະ ປະຊາຊົນຊາວແຂວງສາລະວັນ ຍາດມາໄດ້ ໃນໄລຍະຜ່ານມາ. ຫຼັງຈາກນັ້ນ, ທາງຄະນະກໍ່ໄດ້ເດີນທາງໄປຕິດຕາມ ແລະ ຢ້ຽມຊົມ ຈຸດທີ່ຈະກໍ່ສ້າງໂຄງການຊົນລະກະເສດ ຫ້ວຍນ້ຳໃສ ທີ່ເມືອງສາລະວັນ ເຊິ່ງເປັນໂຄງການທີ່ຮັບໃຊ້ໃຫ້ແກ່ການຜະລິດກະສິກຳ ຂອງປະຊາຊົນ ຈາກການສຶກສາຄວາມເປັນໄປໄດ້ຂອງໂຄງການ ເຫັນວ່າ ມັນໄດ້ກວມເອົາທັງໝົດ 42 ບ້ານ.
ນອກຈາກນີ້, ຍັງໄດ້ໄປຢ້ຽມຊົມແຫຼ່ງທ່ອງທ່ຽວແບບອະນຸລັກ ຖ້ຳພູຜາສຸກ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ຫາກໍ່ໄດ້ມີການຄົ້ນພົບ, ບຸກເບີກ ແລະ ປັບປຸງຂຶ້ນມາໃໝ່ ຫ່າງຈາກເທດສະບານແຂວງ ປະມານ 30 ກິໂລແມັດ ຊຶ່ງທາງແຂວງໄດ້ເນັ້ນໃຫ້ປົກປັກຮັກສາສິ່ງແວດລ້ອມ ໄວ້ໃຫ້ຫຼາຍທີ່ສຸດ ເພື່ອໃຫ້ກາຍເປັນແຫຼ່ງທ່ອງທ່ຽວທຳມະຊາດແບບອະນຸລັກ ແລະ ມີຄວາມຍືນຍົງ.
Editor: ນັກຂ່າວແຂວງສາລະວັນ