ບຸນປີໃຫມ່ລາວ ພສ 2561 ກົງກັບ ວັນທີ 14-15-16 ເມສາ 2018 ເຊີ່ງປີນີ້ ລັດຖະບານລາວ ຍັງປະກາດ ໃຫ້ໄດ້ພັກຊົດເຊີຍ ໃນວັນທີ 17-18 ເມສາ 2018 ເຊີ່ງເຮັດໃຫ້ບັນຍາກາດບຸນປີໃຫມ່ລາວປີນີ້, ແກ່ຍາວ ໄປໄດ້ຫລາຍວັນ,,,,, ແຕ່ກ່ອນຈະເຖິງບຸນປີໃຫມ່ລາວ ເຊີ່ງປະຈຸບັນ ໄປທາງໃດ ກໍ່ຈະປະກົດເຫັນມີການວາງເຄື່ອງປີໃຫມ່ຂາຍ ເຕັມ. ແລະ ເຄື່ອງທີ່ຈະໄດ້ຂາຍດີ ໃນໄລຍະນີ້ ກໍ່ແມ່ນເສື້ອປີໃຫມ່ລາວ ທີ່ມີລາຍດອກ ຫລາຍແບບ-ຫລາຍສີສັນ ທັງແບບໂປໂລ ແລະ ແບບເສື້ອຍຶດຄໍກົມ. ພ້ອມນັ້ນຍັງມີ ປືນຢາງສິດນໍ້າ, ເກີບ, ຫມວກ, ຖົງໃສ່ໂທລະສັບແບບກັນນໍ້າ ແລະ ອ່າງນໍ້າລົມທີ່ມີຫລາຍຂະຫນາດ. ເຊີ່ງສິນຄ້າ ປະເພດນີິ້ ແມ່ນຈະໄດ້ຂາຍດີເປັນພິເສດ ເພາະເປັນໄລຍະເທດສະການ ໃນການຫລີ້ນ ແລະ ມີຄວາມຈໍາເປັນ ເພື່ອໃຫ້ເຂົ້າກັບບັນຍາກາດ
ຄຽງຄູ່ກັນນັ້ນ, ການຫລິນບຸນປີໃຫມ່ ໃຫ້ມີຄວາມສະຫງົບປອດໄພ ຕ້ອງໄດ້ເອົາໃຈໃສ່ປະຕິບັດລະບຽບ ທີ່ທາງນະຄອນຫລວງວຽງຈັນ ໄດ້ວາງອອກ, ຄື: ນຸ່ງຖືໃຫ້ສົມມາ ພໍຄວນ ບໍ່ໂປ້-ບໍ່ເຂີນສັນເກີນໄປ, ຫລີ້ນນໍ້າສະອາດ ບໍ່ປົນສີ, ການດື່ມເຄື່ອງມຶນເມົາ ຄວນຢູ່ໃນຂອບເຂດສົມມາພໍຄວນ, ການຂັບຂີ່ ໃຫ້ລະມັດ-ລະວັງ, ການເບີ່ງແຍງບ້ານເຮືອນ ອັກຄີໄພ ຫລື ເວນຍາມຕ່າງໆ....
Editor: ກຳປານາດ ລັດຖະເຮົ້າ