ປະຈຸບັນເຈົ້າຫນ້າທີ່ຕໍາຫລວດຈາລະຈອນ ໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ, ພວມປະຕິບັດການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນທົ່ວນະຄອນຫລວງວຽງຈັນ ໂດຍສະເພາະ ໃນ 4 ຕົວເມືອງໃນ ຈັນທະບູລີ, ໄຊເສດຖາ, ສີໂຄດຕະບອງ ແລະ ສີສັດຕະນາກ, ຕາມນະໂຍບາຍສ້າງນະຄອນຫລວງວຽງຈັນ ໃຫ້ກາຍເປັນຕົວເມືອງມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍສວຍງາມ, ເປັນຕົວເມືອງທີ່ຫນ້າຢູ່ ສົມກັບຄໍາຂວັນ 6 ສໍ ທີ່ໄດ້ວາງອອກ.
ດ້ວຍສະພາບຄວາມເປັນຈິງ ໃນນະຄອນຫລວງວຽງຈັນ ທີ່ພວມປະເຊີນຫນ້າກັບຄວາມບໍ່ເປັນລະບຽບ ເຊັ່ນ: ການຂາຍເຄື່ອງຕາມແຄມທາງ, ການປູກສ້າງຕໍ່ເທີບ, ປ້າຍໂຄສະນາຕ່າງໆ, ປ້າຍແນະນໍາ ທີ່ບໍ່ຖືກລະບຽບ ແລະ ບໍ່ໄດ້ຮັບອະນຸຍາດ ເຊີ່ງເປັນການສ້າງສິ່ງກິດຂວາງ ໃນເຂດສະຫງວນ ເສັ້ນທາງ ແລະ ເທີງທາງຍ່າງ, ເບີ່ງແລ້ວບໍ່ສະອາດງາມຕາ. ສະນັ້ນຈິ່ງໄດ້ມີການກວດຮື້ອອກ ເພື່ອໃຫ້ມີຄວາມສວຍງາມ ບ້ານເມືອງ. ຕໍ່ກັບບັນຫາດັ່ງກ່າວ ທ່ານບຸນຈັນ ແກ້ວສີທໍາມະ ຫົວຫນ້າກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ນັບແຕ່ກາງປີ 2017 ເປັນຕົ້ນມາ ຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບ ແມ່ນໄດ້ລົງເຄື່ອນໄຫວວຽກງານຢ່າງຕັງຫນ້າ ໂດຍສະເພາະ ສຸມໃສ່ຈັດສັນສາທາລະນະປະໂຫຍດ ແລະ ສິ່ງອໍານວຍຄວາມສະດວກໃນການຈາລະຈອນຄືນໃຫມ່, ຮື້ຖອນສິ່ງຕໍ່ເຕີມ ທີ່ກໍ່ສ້າງບໍ່ຖືກຕ້ອງກັບແຜນຜັງ ແລະ ສິ່ງຮົກເຮື້ອຕາມຖະຫນົນຫລວງ ແລະ ເສັ້ນທາງສໍາຕັນໃນເທດສະບານ, ການຮື້ປ້າຍ ແລະ ແຜ່ນໂຄສະນາທີ່ຕິດບໍ່ຖືກລະບຽບການ, ແກ້ໄຂສິ່ງກິດຂວາງ ຕາມທາງຄົນຍ່າງ ແລະ ຕາມສະຖານທີ່ຈັດສັນ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນກີດຈະກໍາກໍ່ສ້າງ ແລະ ການສ້ອມແປງຕໍ່ເຕີມຕຶກອາຄານຕ່າງໆ. ບັນດາເສັ້ນທາງທີ່ສໍາຄັນ ດັ່ງກ່າວ ມີ: ຖະຫນົນສຸພານຸວົງ, ຖະຫນົນເສດຖາທີລາດ, ຖະຫນົນ 3 ແສນໄທ, ຖະຫນົນເຈົ້າຟ້າງຸ່ມ, ຖະຫນົນລ້ານຊ້າງ, ຖະຫນົນອາຊຽນ, ຖະຫນົນທ່າເດືອ, ຖະຫນົນກໍາແພງເມືອງ, ຖະຫນົນລາວ-ໄທ, ຖະຫນົນໂກດສະໂກ້-ໂພນໄຊ, ຖະຫນົນໂພນທັນ., ຖະຫນົນດົງປາລານ-ສາຍລົມ, ຖະຫນົນຄູວຽງ, ຖະຫນົນໂພນຕ້ອງຈອມມະນີ-ດົງໂດກ, ຖະຫນົນເຕ 3 ຖະຫນົນ 23 ສິງຫາ, ຖະຫນົນຫນອງບອນ, ຖະຫນົນເຈົ້າອານຸວົງ, ຖະຫນົນແຄມຂອງ, ຖະຫນົນໄກສອນພົມວິຫານ ແລະ ຖະຫນົນອື່ນໆ.
ໃນນັ້ນ ໄດ້ກໍານົດເອົາ ຖະຫນົນເຈົ້າອານຸວົງ ເປັນເສັ້ນທາງຕົວແບບໃນການຮື້ຖອນສິ່ງກິດຂວາງ ທີ່ຕິດຕັ້ງໃນເຂດສະຫງວນທາງຫລວງ 30 ແມັດ, ໂດຍກໍານົດຈາກໃຈກາງທາງອອກ ຂ້າງລະ 15 ແມັດ, ແມ່ນບໍ່ໃຫ້ມີເທີບເງີບ, ປ້າຍໂຄສະນາ ຫລື ຫລັກສ້າງຢູ່ຕາມທາງຢ່າງ ( ຟຸດບາດ ) ຜ່ານການລົງເກັບກໍາສະຖິຕິປ້າຍໂຄສະນາ ທີ່ຕິດຢູ່ຈຸດດັ່ງກ່າວ ທີ່ໄດ້ສະເໜີໃຫ້ຜູ້ປະກອບການ ຮັບຮູ້ ແລະ ຕ້ອງໄດ້ຮື້ຖອນ ທັງໝົດ 400 ກວ່າປ້າຍ ໂດຍທາງຄະນະຮັບຜິດຊອບ ໄດ້ແຈ້ງລ່ວງຫນ້າ ແລະ ໄດ້ກໍານົດການຮື້ຖອນ ໃຫ້ສໍາເລັດ ໃນເດືອນພຶດສະພາ 2018 ເພື່ອເຮັດໃຫ້ເສັ້ນທາງໃນນະຄອນຫລວງວຽງຈັນ ມີຄວາມເປັນລະບຽບ ແລະ ຈົບງາມ.
Editor: ກຳປານາດ ລັດຖະເຮົ້າ