ໃນລະຫວ່າງ ກາງເດືອນມີນາຜ່ານມານີ້ ພະແນກຕໍາຫຼວດຄະດີອາຍາ ປກສ ເມືອງຫົງສາ ໄດ້ຮັບແຈ້ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມແກ້ງຄົນບໍ່ດີພະຍາຍາມເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ບ້ານນາປຸ່ງ ແລະ ບ້ານນາແກ່ນຄຳ ເມື່ອເຈົ້າໜ້າທີ່ຮູ້ເຫດການດັ່ງກ່າວ ຈີ່ງໄດ້ອອກຕາມຫາ ຈີ່ງພົບເຫັນ ທ້າວ ແສງແກ້ວ ພູລິວົງ ອາຍຸ 33 ປີ ອາຊີບ ກໍາມະກອນ,ເຊື້ອຊາດລາວ, ສັນຊາດລາວ,ເຜົ່າລາວ, ຢູ່ບ້ານໂພນສະອາດ,ເມືອງຫົງສາ ແຂວງໄຊຍະບູລີ, ໃນເວລາປະມານ 10 ໂມງເຊົ້າ ຂອງວັນທີ 13 ມີນາ 2018 ທ້າວ ແສງແກ້ວ ພູລິວົງ ໄດ້ອອກຂີ່ລົດຈັກອອກຈາກບ້ານໂພນສະອາດ ໄປຫາ ທ້າວ ໂລຕະ ຢູ່ບ້ານນາແກ່ນຄໍາ ຈຸດປະສົງແມ່ນໄປຊື້ຢາບ້າມາເສບ ພໍໄປຮອດ ທ້າວ ໂລຕະແມ່ນບໍ່ຢູ່ບ້ານ, ຜູ່ກຽ່ວຈີ່ງຂັບລົດຈັກໄປບ້ານນາປຸ່ງ ຈີື່ງໄດ້ພົບຜູ່ຍິງຄົນໜື່ງຊົນເຜົ່າມົ້ງ ບໍ່ຮູ້ຊື່, ມາຖາມຂາຍຢາບ້າໃຫ້ ແລ້ວທ້າວ ແສງແກ້ວ ກໍ່ໄດ້ເອົາເງີນໃຫ້ຜູ່ຍິງຄົນນັ້ນ ຈໍານວນ 250.000 ກີບ, ເມື່ອໄດ້ຢາບ້າ ຈໍານວນ 25 ເມັດ, ຜູ່ກຽ່ວກໍ່ຂີ່ລົດກັບບ້ານ ພໍຮອດລະຫວ່າງທາງ ບ້ານ ນາປຸ່ງ ຫາ ບ້ານນາແກ່ນຄໍາ ເຈົ້າໜ້າທີ່ ປກສ ເມືອງຫົງສາ ຈຶ່ງລັດກັກຕົວ ພ້ອມພົບເຫັນຢາບ້າ ຈໍານວນ 25 ເມັດ ທີ່ຊຸກເຊື່ອງຢູ່ເຂົາລົດຈັກເບື້ອງຊ້າຍ, ດັ່ງນັ້ນຈີ່ງນໍາ ຕົວຜູ່ກຽ່ວມາດໍາເນີນຄະດີຕາມຂັ້ນຕອນຂອງກົດ ໝາຍ ແລະ ຕໍ່ມາໃນວັນທີ 16 ມີນາ 2018 ເຈົ້າໜ້າທີ່ກໍ່ໄດ້ກັກຕົວ ທ້າວໂລຕະ ອາຍຸ 30 ປີ ແລະ ນາງໄມຈຽມ ແຊ່ຈາວ ອາຍຸ 26 ປີ ທັງສອງຄົນ ເປັນຜົວເມຍກັນ, ອາຊີບອາຊີບກໍາມະກອນ, ເຊື້ອຊາດລາວ, ,ເຜົ່າອີມຽນ, ປະຈຸບັນຢູ່ບ້ານນາແກ່ນຄໍາ, ໜ່ວຍ 33, ເມືືອງຫົງສາ ແຂວງໄຊຍະຍູລີ, ໃນເວລາປະມານ 08 ໂມງ ຂອງວັນທີ 16 ມີນາ 2018 ທ້າວ ຢີຊົງ ປະຊາຊົນເຜົ່າມົ້ງ ຢູ່ບ້ານນາປຸ່ງ ໄດ້ເອົາຢາບ້າ ຈໍານວນ 04 ຖົງ, ມາໃຫ້ ທ້າວ ໂລຕະ ເປັນຜູ່ຂາຍຍ່ອຍຕໍ່ໃຫ້ປະຊາຊົນບ້ານດຽວກັນ. ໃນລາຄາຖົງລະ 900.000ກິບ ລວມ 04 ຖົງ ມີເມັດຢາທັງໝົດ 728 ເມັດ, ຈາກນັ້ນ ທ້າວ ໂລຕະ ໄດ້ນໍາເອົາຢາບ້າ ໄປໄວ້ເຮືອນແລ້ວໃຫ້ ນາງໄມຈຽມ (ເມຍ) ເປັນຜູ້ຮັກສາໄວ້ ເມື່ອຮອດເວລາ 09 ໂມງ ທາງ ປກສ ເມືອງຫົງສາ ໄດ້ກວດກາ, ເມື່ອເຫັນສະພາບການດັ່ງກ່າວ ນາງໄມຈຽມຜູ່ເປັນເມຍ ໄດ້ເອົາຢາບ້າ 04 ຖົງ ຊຸກເຊື່ອງໄວ້ໃນຕົວແລ້ວຂອງຜູ້ກຽ່ວແລ້ວແລ່ນອອກຈາກເຮືອນຈະເອົາຢາບ້າໄປຖີ້ມ, ແຕ່ເຈົ້າໜາທີ່ ຈັບຕົວໄດ້ກອ່ນ ດັ່ງນັ້ນຈີ່ງນໍາ ຕົວຜູ່ກຽ່ວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ ຂອງບ້ານເມືອງ, ໃນຂໍ້ຫາ: ມີຢາເສບຕິດໄວ້ໃນຄອບຄອງ ຕາມມາດຕາ 146 ຂອງກົດ ໝາຍອາຍາ
Editor: ກຳປານາດ ລັດຖະເຮົ້າ