ທ້າຍເດືອນມີນາ 2018 ຄະນະບໍລິຫານງານຊາວໜຸ່ມເມືອງຄຳ ສ້າງກິດຈະກຳປູກຕົ້ນໄມ້ຮັກສາ-ສີ່ງແວດລ້ອມ ເພື່ອຂ່ຳນັບຮັບຕ້ອນຊົມເຊີຍວັນສ້າງຕັ້ງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ, ຂື້ນທີຫຼັກ 12 ເສັ້ນທາງເລກ 1C ເມືອງຄຳ ແຂວງຊຽງຂວາງ, ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງ ສະຫາຍ ຄໍາເພັດ ໄຊຍະພັກ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກເລຂາ ຄະນະບໍລິຫານງານຊາວໜຸ່ມສູນກາງ, ມີສະຫາຍ ບົວເງີນ ຫຸມໄຊຍະພົມ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍສະມາຊິກຊາວໜຸ່ມຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຈາກການໃຫ້ສຳພາດຂອງ ສະຫາຍ ບົວເງິນ ຫຸມໄຊຍະພົມ ກຳມະການພັກແຂວງ ເລຂາຄະນະ ບໍລິຫານງານຊາວໜຸ່ມແຂວງ ໄດ້ກ່າວວ່າ: ການສ້າງກິດຈະກໍາປູກຕົ້ນໄມ້ຮັກສາສິ່ງແວດລ້ອມໃນຄັ້ງນີ້ ກໍ່ເປັນ ອີກກິດຈະກຳໜຶ່ງທີ່ທາງຄະນະບໍລິຫານງານຊາວໜຸ່ມຂັ້ນແຂວງ, ຂັ້ນເມືອງພ້ອມກັນສຸມໃສ່ຈັດຕັ້ງປະຕິບັດ ຕາມທິດຊີ້ນຳຂອງຄະນະບໍລິຫານງານຂັ້ນແຂວງ, ຂັ້ນເມືອງໃນການສ້າງຈຸດຊົມວີວທໍາມະຊາດ ໃຫ້ຕິດພັນ ກັບການທ່ອງທ່ຽວໃນການຈູງໃຈດຶງດູດນັກທ່ອງທ່ຽວຕ່າງບ້ານ, ຊາວຕ່າງເມືອງ, ຕ່າງປະເທດ ໄດ້ເຂົ້າມາ ທ່ຽວຊົມທີວທັດທຳມະຊາດທີ່ສວຍສົດງົດງາມ, ເຊິ່ງການສ້າງກິດຈະກຳໃນຄັ້ງນີ້ກໍ່ຍັງໄດ້ນຳເອົາຕົ້ນໄມ້ໃຫ້ ໝາກ ແລະ ໃຫ້ດອກເປັນກຽດເຂົ້າຮ່ວມປູກຕົ້ນໄມ້ໃນ ຄັ້ງນີ້ຂອງ ສະຫາຍ ພົນຈັດຕະວາ ປະລີນຍາເອກ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ປ້ອງກັນຊາດປ້ອງກັນຄວາມສະຫງົບພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມແຕ່ລະຂັ້ນກໍ່ໄດ້ນຳເອົາຕົ້ນໄມ້ດັ່ງກ່າວ ໄປປູກຕາມຈຸດທີກຳນົດໄວ້. ພ້ອມທັງຕິດປ້າຍຄຳຂັວນຂອງຊາວ ໜຸ່ມຕາມສະຖານທີ່ຕ່າງໆພາຍໃນຂົງເຂດທີ່ຮັບຜິດຊອບຂອງຕົນ
ຫຼັງຈາກນັ້ນ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກເລຂາ ຄະນະບໍລິຫານງານຊາວໜຸ່ມສູນກາງກໍ່ຍັງໄດ້ມອບເຄື່ອງຮັບໃຊ້ຈຳນວນໜຶງໃຫ້ແກ່ຄະນະຊາວໜຸ່ມແຂວງ, ເມືອງ, ໂດຍເປັນກຽດກ່າວຮັບຂອງ ສະຫາຍ ບົວເງີນ ຫຸມໄຊຍະພົມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ. ທັງນີ້ກໍ່ເພື່ອເປັນການເຕົ້າໂຮມຄວາມສາມັກຄີ,ປຸກຈິດສຳນຶກໃຫ້ແກ່ຊາວໜຸ່ມ,ເຍົາວະຊົນ,ອານຸຊົນຮູ້ປົກປັກຮັກສາສີ່ງແວດລ້ອມ,ຮັກສາຄວາມສະອາດຕາມສະຖານທີ່ຕ່າງໆພາຍໃນເມືອງໃຫ້ເປັນລະບົບລະບຽບສ່ວຍສົດງົດງາມ
Editor: ກຳປານາດ ລັດຖະເຮົ້າ