ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດ ພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ກົມກອງ, ຄອບຄົວ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໄດ້ເອົາໃຈໃສ່ທຸ້ມເທສະຕິປັນຍາ ແລະ ເຫື່ອແຮງ ຂອງຕົນເຂົ້າໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງ ຕົນຕະຫຼອດມາ ຊຶ່ງພິທີປະດັບ ໄດ້ຈັດຂຶ້ນໃນທ້າຍເດືອນ ມີນາ 2018 ທີ່ຜ່ານມາ ທີ່ກະຊວງດັ່ງກ່າວ, ໃຫ້ກຽດປະດັບຫຼຽນ ແລະ ມອບໃບຍ້ອງຍໍໂດຍ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ມີບັນຮອງລັດຖະມົນຕີ, ຫົວໜ້າກົມ ພາຍໃນ ແລະ ອອ້ມຂ້າງກະຊວງເຂົ້າຮ່ວມ.
ພິທີປະດັບຫຼຽນໃຫ້ຜູ້ທີ່ມີ ຜົນງານດີເດັ່ນໄລຍະ 5 ປີ (2011-2015) ຄື: ປະດັບ ຫຼຽນໄຊແຮງງານຊັ້ນ 2 ໃຫ້ 3 ທ່ານ, ຍິງ 2 ທ່ານ; ຫຼຽນໄຊ ແຮງງານຊັ້ນ 3 ຈໍານວນ 65 ທ່ານ, ຍິງ 15 ທ່ານ; ຫຼຽນກາແຮງງານ ຈໍານວນ 38 ທ່ານ, ຍິງ 21 ທ່ານ; ໃບຍ້ອງຍໍ ລັດຖະບານ ຈໍານວນ 57 ທ່ານ, ຍິງ 24 ທ່ານ ແລະ 3 ກົມກອງ, ມອບໃບຍ້ອງຍໍຂັ້ນກະຊວງ ປະຈຳປີ 2017 ໃຫ້ 19 ຄອບຄົວ ແລະ ໃບຊົມເຊີຍຂັ້ນກະຊວງ ໃຫ້ 41 ຄອບຄົວ ແລະ ຂອງຂວັນໃຫ້ 44 ຄອບຄົວ, ມອບໃບຍ້ອງຍໍຂັ້ນ ກະຊວງໃຫ້ບຸກຄົນ ຈໍານວນ 334 ທ່ານ, ຍິງ ຈໍານວນ 148 ທ່ານ, ໃບຊົມເຊີຍຈໍານວນ 222 ທ່ານ, ຍິງ ຈໍານວນ 143 ທ່ານ, ມອບຂອງຂວັນໃຫ້ 22 ທ່ານ, ຍິງ 5 ທ່ານ.
Editor: ສິງຫາ ເລືອງວັນ