ໃນວັນທີ 2 ເມສາ 2018 ຢູ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ. ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສຳນັກງານຊັບສິນທາງປັນຍາ ແຫ່ງລັດ ຂອງສາທາລະນະລັດ ປະຊາຊົນຈີນ ໂດຍໄດ້ຮັບກຽດເຂົ້າຮ່ວມ ເປັນສັກຂີພິຍານຂອງທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າຮ່ວມມີບັນດາທ່ານຮອງລັດຖະມົນຕີ, ຫົວຫນ້າຫ້ອງການ, ຫົວຫນ້າກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍລາວ-ຈີນເຂົ້າຮ່ວມ.
ລົງນາມເຊັນບົດບັນທຶກ ໃນຄັ້ງນີ້, ຕາງໜ້າ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນ ທ່ານ ຫຸມພັນ ອິນທະຣາດ, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຈັກໂນໂລຊີ ແລະ ຝ່າຍຈິນແມ່ນ ທ່ານ ດຣ. ເສີນ ຈາງຢູ (Shen Changyu) ຫົວໜ້າສຳນັກງານຊັບສິນທາງປັນຍາ ແຫ່ງ ສາທາລະນະລັດ ປະຊາຊົນຈີນ. ການເຊັນບົດບັນທຶກຄວາມເຂົ້າໃຈສະບັບນີ້, ແມ່ນເພື່ອສ້າງຂອບການຮ່ວມມື ໃນການເພີ່ມທະວີ ການແລກປ່ຽນ ໃນຂົງເຂດຊັບສິນທາງປັນຍາ ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາໂຄງການ ແລະ ກິດຈະກຳຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ ກ່ຽວກັບ ນະວັດຕະກຳ ແລະ ການສ້າງສັນ, ການນໍາໃຊ້, ການປົກປ້ອງ ແລະ ການຄຸ້ມຄອງຊັບສິນທາງປັນຍາ. ພາຍຫຼັງທີ່ມີບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ທັງສອງຝ່າຍ ຈະຮ່ວມມືທາງດ້ານຊັບສິນທາງປັນຍາ ໃນການເພີ່ມທະວີການແລກປ່ຽນຄວາມຄິດເຫັນ, ຮ່ວມມືກັນພັດທະນາກ່ຽວກັບຊັບສິນທາງປັນຍາ ເປັນຕົ້ນແມ່ນ ຍຸດທະສາດດ້ານຊັບສິນທາງປັນຍາ, ສ້າງ ແລະ ຈັດຕັ້ງປະຕິບັດກົດໝາຍ ແລະ ນະໂຍບາຍຕ່າງໆ ກ່ຽວກັບຊັບສິນທາງປັນຍາຂອງສອງປະເທດ;ແລກປ່ຽນຄວາມຮູ້ໃນການຈັດຕັ້ງປະຕິບັດ, ການກວດສອບ, ການອອກໃບຢັ້ງຢືນສິດ ຊັບສິນທາງປັນຍາ; ຈັດຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ; ການແລກປ່ຽນຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງກັບສິດທິບັດ, ການພັດທະນາແຫຼ່ງຂໍ້ມູນ, ການບໍລິການ ຂໍ້ມູນສິດທິບັດ ແລະ ການປູກຈິດສຳນຶກກ່ຽວກັບຊັບສິນທາງປັນຍາໃຫ້ແກ່ ສາທາລະນະຊົນ; ພ້ອມກັນນັ້ນ ທັງສອງຄູ່ຮ່ວມມື ຍັງຈະເພີ່ມທະວີການຮ່ວມມື ແລະ ແລກປ່ຽນຂໍ້ມູນ, ປະສົບການ ໃນການສ້າງລະບົບນິຕິກຳ ເພື່ອປົກປ້ອງຊັບພະຍາກອນພັນທຸກຳ, ພູມປັນຍາພື້ນບ້ານອັນເປັນມູນເຊື້ອ ແລະ ການສະແດງອອກດ້ານວັດທະນະທຳພື້ນບ້ານ.
Editor: ກຳປານາດ ລັດຖະເຮົ້າ