ທ່ານ ພອນທິບ ຍົກໄຊຍະຄຳ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ເມືອງນາຊາຍທອງ ເປັນເມືອງໜື່ງທີ່ນອນຢູ່ໃນ 9 ເມືອງຂອງນະຄອນຫຼວງວຽງຈັນ ເຊີ່ງມີທ່າແຮງທາງດ້ານການຜະລິດກະສິກຳ, ປະຊາຊົນສວ່ນໃຫຍ່ແມ່ນຢຶດຖືອາຊີບປູກຝັງລ້ຽງສັດ ເປັນທ່າແຮງຫຼັກ ຄຽງຄູ່ກັບຂະແໜງການບໍລິການ, ເມືອງນາຊາຍທອງ ມີຕະຫຼາດທັງໜົດ 11 ແຫ່ງ, ໃນການບໍລິການໃຫ້ພໍ່ແມ່ປະຊາຊົນ ໄດ້ເຂົ້າມາແລກປ່ຽນຊື້-ຂາຍສິນຄ້າ ທັງນີ້ກໍ່ ເພື່ອແນ່ໃສ່ສ້າງໃຫ້ເປັນຕະຫຼາດຊຸມຊົນຂອງບ້ານ ເປັນບ່ອນຊື້-ຂາຍ ສິນຄ້າອຸດສາຫະກຳ, ກະສິກຳ ແລະ ຜົນຜະລິດຕ່າງໆ ຂອງພໍ່ແມ່ປະຊາຊົນພາຍໃນເມືອງນາຊາຍທອງ ແລະ ເມືອງອ້ອມຂ້າງໄດ້ມາໄຊ້ບໍລິການຊື້-ຂາຍ ເຮັດໃຫ້ປະຊາຊົນພາຍໃນເມືອງນາຊາຍທອງ ມີຢູ່ມີກິນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ພ້ອມທັງສົ່ງເສີມໃຫ້ປະຊາຊົນໄດ້ບໍລິໂພກສິນຄ້າທີ່ມີຄຸນນະພາບ,ຕະຫຼາດກໍ່ເປັນບ່ອນໜື່ງທີ່ສຳຄັນເປັນບ່ອນຊື້-ຂາຍ ຈໍລະຈອນສິນຄ້າໃຫ້ເຂົ້າສູ່ລະບົບ. ເຊີ່ງຕະຫຼອດໄລຍະຜ່ານມາທາງຄະນະພັກ ຄະນະນຳເມືອງ ກໍ່ຄືຫ້ອງການອຸດສາຫະກຳແລະການຄ້າ ເມືອງນາຊາຍທອງ ໄດ້ເອົາໃຈໃສ່ຄຸ້ມຄອງ,ກວດກາລາຄາສິນຄ້າຕາມທ້ອງຕະຫຼາດເປັນປົກກະຕິ ແລະ ເຂັ້ມງວດ.
ເນື່ອງໃນໂອກາດການສະເຫຼີມສະຫຼອງບຸນປີໃໜ່ລາວ ພສ 2561 ທີ່ໄກ້ຈະມາເຖີງນີ້ ແລະ ປະຕິບັດຕາມທິດຊີ້ນຳ ແລະ ແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ຄື ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃນການເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມກວດກາ ຄຸ້ມຄອງບັນດາຫົວໜວ່ຍທຸລະກິດ, ຫ່າງຮ້ານ, ຕະຫຼາດ ທີ່ຈະຊວຍໂອກາດຂື້ນລາຄາສິນຄ້າ ໃນໄລຍະການສະເຫຼີມສະຫຼອງບຸນປີໃໜ່ລາວ ພສ 2561 ທີ່ມາເຖີງນີ້, ທັງຮັບປະກັນໃຫ້ໄດ້ການສະໜອງອາຫານຢ່າງພຽງ¬ພໍ ກັບຄວາມຕ້ອງ¬ການຂອງສັງ¬ຄົມ. ເພື່ອເຮັດໃຫ້ສັງ¬ຄົມມີຄວາມສະ¬ຫງົບ ແລະ ປົກປ້ອງສິດ¬ຜົນ¬ປະ¬ໂຫຍດຂອງຜູ້ຊົມ¬ໃຊ້ໃຫ້ໄດ້ຮັບຄວາມເປັນທຳທາງດ້ານລາ¬ຄາ, ປະລິມານ ແລະ ຄຸນນະພາບ ໂດຍສະ¬ເພາະແມ່ນສິນ¬ຄ້າທີ່ມີຄວາມຈຳ¬ເປັນ ແລະ ມີຜົນກະ¬ທົບໄວຕໍ່ຊີ¬ວິດການເປັນຢູ່ຂອງປະ¬ຊາ¬ຊົນ ເປັນຕົ້ນ ແມ່ນສິນ¬ຄ້າສະ¬ບຽງອາ¬ຫານປະ¬ເພດຊີ້ນງົວ, ຄວາຍ, ໝູ, ເປັດ,ໄກ່, ປາ, ພືດຜັກ ແລະ ເຄື່ອງດື່ມຕ່າງໆ ເພື່ອແນ່ໃສ່ເຮັດໃຫ້ແມ່ຄ້າບໍ່ເອົາປຽບ ໃນການຂື້ນລາຄາສິນຄ້າໃນຊວງບຸນປີໃໜ່ລາວ.
Editor: ຕະວັນ ແສງສະຫວັນ