ໃນວັນທີ່ 28 ມີນາ 2018 ຢູ່ທີ່ບ້ານ ຈອມທອງ, ເມືອງວຽງທອງ ໄດ້ຈັດພິທິທໍາລາຍອາວຸດເຖື່ອນ, ອາວຸດລ່າເນື້ອ, ຈັກສະຕິ່ນ ແລະ ເຄື່ອງມືຫາປາ ຂອງກຸ່ມບ້ານ ຈອມທອງ ແລະ ກຸ່ມບ້ານ ທ່າເດື່ອ, ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງວຽງທອງ, ມີກໍາລັງ ປກຊ-ປກສ, ຄະນະກໍາມະການເກັບກູ້ອາວຸດເຖື່ອນຂັ້ນແຂວງ-ຂັ້ນເມືອງ, ຫົວໜ້າຫ້ອງວ່າການ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ອໍານາດການປົກຄອງບ້ານ ແລະ ປກຊ-ປກສ ຂັ້ນບ້ານ ເຂົ້າຮ່ວມ.
ໃນພິທີ ທ່ານ ພັນຕີ ຄໍາໝັ້ນ ພົມມະຈັນ ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບ ການເກັບກູ້ອາວຸດເຖື່ອນໃນ 2 ກຸ່ມບ້ານ ຄື: ກຸ່ມບ້ານ ຈອມທອງ ແລະ ກຸ່ມບ້ານ ທ່າເດື່ອ. ຜ່ານການຈັດຕັ້ງປະຕິບັດໃນໄລຍະການເກັບກູ້ອາວຸດ ຜ່ານມາແມ່ນສາມາດເກັບໄດ້ອາວຸດເຖື່ອນທັງໝົດ 10 ຢ່າງ ເທົ່າກັບ 523 ອັນ. ໃນນັ້ນມີ ອາວຸດເສິກ 19 ກະບອກ, ລູກປືນ ເບ 41 (B 41) 5 ລູກ, ປືນແກັບ 321 ກະບອກ, ເລົາປືນແກັບ 5 ເລົາ, ປືນລົມ 1 ກະບອກ, ປືນລູກອັດ 1 ກະບອກ, ປືນແວ່ງດັດແປງ 4 ກະບອກ, ໝໍ້ຊັອດ 64 ໜ່ວຍ, ຈັກສະຕີ່ນ 102 ເຄື່ອງ ແລະ ໝໍ້ດູດໃຫຍ່ 1 ໜ່ວຍ.
ການທໍາຄັ້ງນີ້ແມ່ນໄດ້ຂຸດຂຸມຈູດທໍາລາຍຖີ້ມແລ້ວຖົມດີນໃສ່.
Editor: ເມືອງວຽງທອງ