ຖືວ່າຍັບຈໍ້ມໍ້ເຂົ້າມາແລ້ວ ສຳລັບ ບຸນກຸດສົງການປີໃໜ່ລາວ ປີ 2018 ແລະ ສິ່ງຫນຶ່ງທີ່ສັງເກດເຫັນກໍ່ຄື ການຂາຍເສື້ອຜ້າທີ່ມີລວດລາຍສີສັນສົດໃສ ກໍ່ກຳລັງໄດ້ຮັບຄວາມສົນໃຈຢູ່ໃນປະຈຸບັນ ຊຶ່ງຮ້າງຮ້ານຕ່າງໆກໍ່ກະກຽມຊອກຫາເສື້ອໃນການນຸ້ງຖືຫຼີ້ນສະເຫຼີມສະຫລອງບຸນປີໃໜ່ລາວມາຈຳຫນ່າຍ ໃນນັ້ນ ຮ້ານເສື້ອລາຍລາວ ກໍ່ເປັນອີກຮ້ານໜື່ງ ທີ່ຈຳໜ່າຍເສື້ອຍຶດນຸ່ງຫຼິ້ນປີໃໜ່ລາວ ທີ່ໄດ້ຮັບຄວາມນິຍົມຈາກມ່ວນຊົນຢູ່ໃນປະຈຸບັນ.
ທ່ານ ສຸວັນນີ ສະເຫຼີມໂຊກ ເຈົ້າຂອງຮ້ານເສື້ອລາຍລາວ ໄດ້ໃຫ້ສໍາພາດກັບນັກຂ່າວລາຍການເມືອງລາວວັນນີ້ ວ່າ: ທີມງານໄດ້ຂຸ້ນຂ້ຽວໃນການອອກແບບລາຍເສື້ອ ພ້ອມທັງຈັດພີມລາຍເສື້ອເພື່ອຂາຍໜ້າຮ້ານ ແລະ ສົ່ງໃຫ້ລູກຄ້າທີ່ສັ່ງເຂົ້າມາ ໃຫ້ທັນຕາມກຳນົດເວລາ ສຳລັບ ເທດສະການປີໃໝ່ລາວ 2018 ນີ້ ທາງຮ້ານໄດ້ພີມລາຍໃໝ່ ທີ່ເປັນຄຳສີລິມຸງຄຸນ ແລະ ຄວາມເປັນລາວ ຈຳນວນຫຼາຍລາຍໃຫ້ເລືອກ (ບໍ່ນັບລາຍເກົ່າ) ເພື່ອເອົາໃຈລູກຄ້າເປັນພິເສດໃນໄລຍະປີໃໝ່ລາວ 2018
ປັດຈຸບັນ ມີຍອດສັ່ງຈ່ອງເຂົ້າມາແດ່ແລ້ວ ທັງໃນ ນະຄອນຫຼວງ ແລະ ຕ່າງແຂວງ ຄາດວ່າຈະມີຍອດຂາຍເພີ່ມຂຶ້ນຈາກປີຜ່ານມາປະມານ 10%-20% ທ່າມກາງການແຂ່ງຂັນທີ່ມີສູງຂຶ້ນ. ດ້ວຍລວດລາຍທີ່ອອກແບບເປັນເອກະລັກລາວ ຮູບພາບສື່ເຖິງສັນຍາລັກປີໃໝ່ ແລະ ຄຳເວົ້າທີ່ເປັນສີລິມຸງຄຸນບໍ່ຄືໃຜ ແລະ ເນຶ້ອຜ້າທີ່ອ່ອນນວນໃສ່ສະບາຍ ເໝາະກັບທຸກສະຖານທີ່. ສໍາລັບ ທ່ານໃດທີ່ຕ້ອງການສາມາດເຂົ້າໄປເບີ່ງຂໍ້ມູນໃນເຟສບຸກ ພຽງພີມຄຳວ່າເສື້ອລາວ ຫຼື ຊອກຊື້ໄດ້ຫຼາຍສາຂາໃນນະຄອນຫຼວງ ເຊັ່ນ: ຄ້ອຍວົງວຽນໜອງບອນ, ໄຟແດງສີດຳດວນ, ໄຟແດງໂຮງກາຍະສິນ ແລະ ສວນເຈົ້າອານຸວົງ ສຳລັບ ຕ່າງແຂວງ ມີພຽງແຕ່ແຂວງຈຳປາສັກ ສະຖານທີ່ກົງກັບຂ້າມກັບໂຮງແຮມຈຳປາພາເລດ.
ຜະລິດຕະພັນເສື້ອລາວ ມີໃຫ້ເລືອກຈຳນວນຫຼາຍລາຍ ທັງແບບດ່ຽວ, ແບບຄູ່, ຄອບຄົວ ແລະ ທີມ ເພື່ອໃຫ້ໄດ້ໃສ່ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວກັນແບບໝັ້ນໃຈ ໃນລາຄາສຸດປະຢັດ. ສຳລັບ ທ່ານທີ່ສັ່ງເສື້ອຈາກຮ້ານ ມີລາຍມາໃຫ້ ທາງຮ້ານຮັບພີມໃຫ້ ໂດຍບໍ່ເສຍຄ່າໃນກຳນົດ 10 ໂຕຂຶ້ນໄປ.
Editor: ຕະວັນ ແສງສະຫວັນ