ໃນຕອນແລງຂອງວັນທີ 31 ມີນາ 2018 ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ທ່ານ ກອງມາລາ ພົມມາໄລ ຮອງປະທານ ສະມາຄົມເຟີນິເຈີລາວ ພ້ອມດ້ວຍຄະນະບໍລິຫານງານ ສະມາຄົມເຟີນິເຈີລາວ, ຜູ້ປະກອບການ ໄດ້ເຂົ້າຮ່ວມມອບໃບຍ້ອງຍໍ ແລະ ຂອງລາງວັນ ເພື່ອຄືນກໍາໄລໃຫ້ລູກຄ້າທີ່ເຂົ້າມາຊື້ສິນຄ້າ ລວມມູນຄ່າຫຼາຍລ້ານກີບ ພ້ອມດຽວກັນ ກໍ່ໄດ້ຈັດງານລ້ຽງສາມັກຄີ ລະຫວ່າງ ຜູ້ປະກອບການເຟີນີເຈີລາວດ້ວຍກັນ ເພື່ອຖອດຖອນບົດຮຽນ ແລະ ແລກປ່ຽນຄວາມຄິດເຫັນໃນການຜະລິດເຟີນີເຈີ້ລາວ ໃຫ້ມີຄວາມທັນສະໄໝ ແລະ ຫຼາກຫຼາຍຍິ່ງຂຶ້ນ.
ໂອກາດດັ່ງກ່າວ ທ່ານ ກອງມາລາ ກໍ່ໄດ້ກ່າວຊົມເຊີຍຜົນສຳເລັດ ໃນການຈັດງານວາງສະແດງເຟີນິເຈີວຽງຈັນ ຄັ້ງທີ 3 ປະຈຳປີ 2018 ໃນຄັ້ງນີ້ ຊຶ່ງທ່ານໄດ້ເນັ້ນວ່າ: ງານດັ່ງກ່າວນີ້ເກີດຂຶ້ນຍ້ອນຄວາມສາມັກຄີຂອງຜູ້ປະກອບການດຟີນີເຈີລາວ ທີ່ຍາມໃດກໍ່ຢາກຜະລິດສິນຄ້າທີ່ມີຄຸນະພາບ, ຖືກກັບຍຸກສະໄໝອອກມາຮັບໃຊ້ສັງຄົມ. ງານວາງສະແດງກໍ່ເປັນການເອກອ້າງຜົນງານການຜະລິດສິນຄ້າລາວ ໂດຍສະເພາະ ສິນຄ້າເຟີນີເຈີ, ເຄື່ອງຫັດຖະກຳລາວ, ສິນຄ້າໂອດ໊ອບ ເຊິ່ງເປັນເວທີເພື່ອໃຫ້ຜູ້ຊົມໃຊ້ ໄດ້ມີໂອກາດເລືອກຊື້ສິນຄ້າທີ່ມີຄຸນນະພາບ, ພ້ອມດຽວກັນນັ້ນ ກໍ່ເປັນການ ກະຕຸ້ນຜູ້ປະກອບການ ໃຫ້ມີການຜະລິດສິນຄ້າທີ່ມີຄວາມທັນສະໄໝ, ສວຍງາມ, ໂດຍນໍາໃຊ້ເຄື່ອງມືທັນສະໄໝເຂົ້າມາຊ່ວຍສ້າງຄຸນຄ້າສິນຄ້າລາວ ໃຫ້ເປັນທີ່ຍອມຮັບຂອງສັງຄົມພາຍໃນ ແລະ ຕະຫຼາດສາກົນຂຶ້ນເລື້ອຍໆ.
ພ້ອມທັງ ຍັງສ້າງສີສັນຮອງຮັບປີທ່ອງທ່ຽວລາວ 2018 ໃຫ້ມີສິນຄ້າໃນງານມີຄວາມໂດດເດັ່ນ, ຫຼາກຫຼາຍ, ສວຍງາມ. ໃນງານຄັ້ງນີ້ ຜູ້ປະກອບການ ເຟີນີເຈີລາວ ກໍ່ໄດ້ມີນໍ້າໃຈເພື່ອນໍາສິນຄ້າຂອງຕົນ ມາຈັດເປັນລາງວັນຕ່າງໆ ເພື່ອຄືນກໍາໄລໃຫ້ລູກຄ້າ. ຢ່າງໃດກໍ່ຕາມ ສຳລັບ ສະມາຄົມເຟີນິເຈີລາວ ໃນຕໍ່ໜ້າ ກໍ່ຈະເນັ້ນການພັດທະນາສິນຄ້າຂອງຕົນ ເພື່ອຕອບສະໜອງໃຫ້ສັງຄົມໄດ້ຊົມໃຊ້ຢ່າງທົ່ວເຖິງ ແລະ ຫຼາກຫຼາຍສີສັນຂຶ້ນກວ່າເກົ່າ. ໃນພິທີ ຍັງມີການມອບໃບຍ້ອງຍໍ ໃຫ້ຜູ້ປະກອບການທີ່ເຂົ້າຮ່ວມງານ, ໃຫ້ບັນດາເພື່ອຮ່ວມງານ ໃນການຈັດງານຄັ້ງນີ້ໃຫ້ປະສົບຜົນສຳເລັດ.
Editor: ຕະວັນ ແສງສະຫວັນ