ໃນວັນທີ 31 ມີນາ ຜ່ານມານີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ລົງຕິດຕາມກວດກາເບິິ່ງຄວາມເສຍຫາຍຈາກໄພພິບັດລົມພະຍຸ ທີ່ ບ້ານ ນາສິງ, ບ້ານ ນາຕານ ແລະ ບ້ານ ນາໂສມໃຫຍ່, ເມືອງ ພຽງ, ແຂວງ ໄຊຍະບູລີ, ເຊິ່ງເຫດການດັ່ງກ່າວໄດ້ເກີດຂຶ້ນ ອັນເນື່ອງມາຈາກມີຝົນຕົກໜັກ ແລະ ລົມພັດແຮງ ໃນຕອນແລງຂອງວັນທີ 30 ມີນາ ທີ່ຜ່ານມານີ້ ເວລາ 4 ໂມງ 30 ນາທີ ໄດ້ເຮັດໃຫ້ລົມພະຍຸດັ່ງກ່າວ ພັດເອົາເຮືອນຂອງປະຊາຊົນ 3 ບ້ານ ໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ, ຕາມການລາຍງານຂອງ ທ່ານ ໜູພອນ ໄຊປັນຍາສິດ, ຫົວໜ້າຂະແໜງສັງຄົມສົງເຄາະ ພະແນກແຮງງານ ແລະ ສະ ຫວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ: ໄດ້ມີເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ເປ່ເພ ຈຳນວນ 272 ຫຼັງ, ສັດລ້ຽງ ແລະ ພາຫະນະຈຳນວນໜຶ່ງ, ທ່ານ ໜູພອນ ຍັງໃຫ້ຮູ້ຕື່ມອີກວ່າ ໃນວັນດຽວກັນ ກໍ່ມີລົມພະຍຸພັດເຮືອນຂອງປະຊາຊົນຢູ່ ເມືອງບໍ່ແຕນ ແລະ ເມືອງ ທົ່ງມີໄຊ, ເຮັດໃຫ້ເຮືອນເປ່ເພ ຈຳນວນ 5 ຫຼັງ, ລວມທັງໝົດ 3 ເມືອງ ທີ່ໄດ້ຮັບຜົນກະທົບ ຈຳນວນ 277 ຫຼັງຄາເຮືອນ, ຜົນຂອງການເສຍຫາຍ ຕາມການເອົາຂໍ້ມູນເບື້ອງຕົ້ນ ແມ່ນ 1 ຕື້ກວ່າກີບ.
ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງ ກໍ່ໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງເມືອງ ຈົ່ງເລັ່ງເກັບກໍາຂໍ້ມູນຄວາມເສຍຫາຍຕົວຈິງ, ເພື່ອຈະໄດ້ລາຍງານໃຫ້ທາງຂັ້ນເທິງໄດ້ຮັບຮູ້, ເພື່ອຈະໄດ້ຄົ້ນຄວ້າ ແລະ ປຸກລະດົມຜູ້ປະກອບການໃຫ້ການຊ່ວຍເຫຼືອປະຊາຊົນໃນຂັ້ນຕໍ່ໄປ.
Editor: ວິທະຍຸກະຈາຍສຽງແຫ່ງຊາດ