ໃນວັນທີ 29 ມີນາ 2018 ນີ້. ທ່ານ ປະລິນຍາເອກ ຄໍາພັນ ເຜີຍຍະວົງ, ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້້າແຂວງໆບໍ່ແກ້ວ ໄດ້ລົງເຄື່ອນໄຫວວຽກງານ ແລະ ພົບປະໂອ້ລົມກັບພໍ່ແມ່ພີ່ນ້ອງປະຊາຊົນ ກຸ່ມບ້ານໜອງຊາຍ ແລະ ບ້ານໃຫຍ່ຫ້ວຍຊາຍເໜືອ ຢູ່ທີ່ຫ້ອງປະຊຸມບ້ານດັ່ງກ່າວ, ມີສອງກອງບັນຊາການທະຫານ-ຕໍາຫຼວດ, ອຳນາດການປົກຄອງບ້ານ, ພະນັກງານອາວຸໂສບໍານານ, ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນກຸ່ມບ້ານໜອງຊາຍ ແລະ ບ້ານໃຫຍ່ຫ້ວຍຊາຍເໜືອເຂົ້າຮ່ວມ.
ຈາກນັ້້ນ, ອຳນາດການປົກຄອງບ້ານທັງສອງ ກໍ່ໄດ້ຂື້ນຜ່ານບົດສະຫຼຸບສະພາບການເຄື່ອນໄຫວ ໜ້າທີ່ວຽກງານໂດຍຫຍໍ້ໃນໄລຍະທີ່ຜານມາ. ໂດຍສະເພາະກໍ່ຄືບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນພາຍໃນບ້ານ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ການເຄື່ອນໄຫວທຳມາຫາກິນ, ບັນຫາການເຂົ້າອອກເມືອງ, ການຄ້າຂາຍເທື່ອນ, ບັນຫາຢາເສບຕິດ, ຂີ້ລັກງັດແງະ, ກໍ່ຄວາມຫວຸ້ນວາຍ, ອາລະວາດຕີກັນ, ບັນຫາຄອບຄົວ ແລະບັນຫາອື່ນໆອີກ. ໃນກອງປະຊຸມກໍ່ຍັງໄດ້ຮັບຟັງຄໍາຄິດເຫັນ-ຄໍາສະເໜີຂອງພໍ່ແມ່ປະຊາຊົນພາຍໃນບ້ານ ແລະແລກປ່ຽນຄໍາຄິດຄໍາເຫັນຂອງແຕ່ລະພາກສ່ວນຢ່າງກົງໄປກົງມາ.
ຕອນທ້າຍ ທ່ານ ປະລິນຍາເອກ ຄໍາພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆບໍ່ແກ້ວ ກໍ່ໄດ້ໂອ້ລົມ ແລະ ໃຫ້ຄໍາຄິດເຫັນຕໍ່ພໍ່ແມ່ປະຊາຊົນ, ໂດຍສະເພາະ ທ່ານໄດ້ເນັ້ນໜັກໃຫ້ອໍານາດການປົກຄອງບ້ານເອົາໃຈໃສ່ສຶກສາອົບຮົມພໍ່ແມ່ປະຊາຊົນໃຫ້ເຂົ້າໃຈເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີອາຊີບທີ່ສຸດຈະລິດ, ປະກອບສ່ວນເຂົ້າໃນການປົກປັກຮັກສາ-ສ້າງສາປະເທດຊາດໃຫ້ມີຄວາມສະຫງົບສຸກ ແລະ ສີວິໄລ.
Editor: ປກສ ແຂວງບໍ່ແກ້ວ