ແຂວງຫລວງພະບາງ ແມ່ນແຂວງຫນຶ່ງທີ່ມີທ່າແຮງການທ່ອງ ເປັນຕົວຂັບເຄື່ອນຫລັກ ໃນການຊຸກຍູ້ເສດຖະກິດ ເຊີ່ງເຮັດໃຫ້ບັນຂະແຫນງການຕ່າງໆ ໄດ້ຮັບການພັດທະນາໄປພ້ອມໆກັນ. ສໍາລັບປີ 2018 ນີ້, ແຂວງໄດ້ວາງຄາດຫມາຍສູ້ຊົນ ເຮັດໃຫ້ເສດຖະກິດເຕີບໂຕ ໃນລະດັບ 4,8 ສ່ວນຮ້ອຍ, ໂດຍມີຂະແຫນງຜະລິດຕະພັນ ການບໍລິການ ກວມເອົາ 46 ສ່ວນຮ້ອຍ ຂອງຈີດີພີ.
ທ່ານ ຄໍາຂັນ ຈັນທະວີສຸກ ເຂົ້າແຂວງຫລວງພະບາງ ໄດ້ກ່າວລາຍງານວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2017 ທີ່ຜ່ານມາ ເຫັນວ່າເສດຖະກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ແຕ່ກໍ່ຍັງບໍ່ໄປຕາມແຜນການ ທີ່ວາງໄວ້ ຄື: 8,6 ສ່ວນຮ້ອຍ, ຜ່ານການປະຕິບັດຕົວຈິງ ໄດ້ພຽງ 8,2 ສ່ວນຮ້ອຍ. ລວມຍອດຜະລິດຕະພັນພາຍໃນ ຈິດີພີ ບັນລຸ 6 ພັນ 527 ຕື້ກີບ. ໃນນັ້ນ, ຂະແຫນງກະສິກໍາ ກວມເອົາ 31 ສ່ວນຮ້ອຍ, ຂອງຈິດີພີ, ຂະແຫນງບໍລິການ ກວມເອົາ 46 ສ່ວນຮ້ອຍ ຂອງຈິດີພີ ແລະ ຂະແຫນງອຸດສາຫະກໍາ-ຫັດຖະກໍາ ກວມເອົາ 23 ສ່ວນຮ້ອຍ. ຂອງຈິດີພີ ສະເລ່ຍລາຍຮັບໃສ່ຫົວຄົນບັນລຸ 1,877 ໂດລາສະຫາລັດ/ຄົນ/ປີ.
ທ່ານ ເຈົ້າແຂວງຫລວງພະບາງ ກ່າວຕື່ມວ່າ: ສໍາລັບປີ 2018 ແຂວງແມ່ນໄດ້ວາງແຜນສູ້ຊົນ ເຮັດໃຫ້ເສດຖະກິດເຕີບໂຕ ໃນລະດັບ 8,4 ສ່ວນຮ້ອຍ/ປີ, ມູນຄ່າລວມຍອດຜະລິດຕະພັນ ພາຍໃນ ໃຫ້ບັນລຸ 7 ພັນ 76 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນ ຕົກຢູ່ 2 ພັນກວ່າໂດລ້າສະຫາລັດ,/ຄົນ/ປີ ໂດຍມີຂະແຫນງການທີ່ເປັນເສົາຄໍ້າແມ່ນການຫລັກ ການບໍລິການກວມ ເອົາ 46 ສ່ວນຮ້ອຍ, ຂະແຫນງກະສິກໍາ ແລະ ປ່າໄມ້ ກວມເອົາ 30 ສ່ວນຮ້ອຍ, ແລະ ຂະແຫນງອຸດສາຫາກໍາ ແລະ ຫັດຖະກໍາ ກວມເອົາ 24 ສ່ວນຮ້ອຍ ຂອງຈິດີພີ.
Editor: ກຳປານາດ ລັດຖະເຮົ້າ