ກອງປະຊຸມໃຫ່ຍ ຄັ້ງທີ 2 ຂອງໜ່ວຍຊາວໜຸ່ມຮາກ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທ່າແຕງ, ແຂວງເຊກອງ ໄດ້ອັດລົງໃນທ້າຍເດືອນມີນາ 2018 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງການດັ່ງກ່າວ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ທະວີສັກ ບຸດພຣົມ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ມີ ສະຫາຍ ຈອນມະນີ ປູເຮືອງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີເລຂາໜ່ວຍຊາວໜຸ່ມຮາກຖານ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍ ແລະ ແຂກຖືກເຊີນໜວ່ຍຮາກຖານຊາວໜຸ່ມອ້ອມຂ້າງເຂົ້າຮວ່ມ.
ສະຫາຍ ທອງລື ສິມມະວົງ ເລຂາຄະນະຊາວໜຸ່ມຮາກຖານຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທ່າແຕງ ໄດ້ລາຍງານການເຄື່ອນໄຫວຊີ້ນໍາ-ນໍາພາ ຂອງໜ່ວຍຊາວໜຸ່ມຮາກຖານຂອງຕົນໃນໄລຍະ 3 ປີຜ່ານມາ: ໜ່ວຍຊາວໜຸ່ມຮາກຫ້ອງການກະສິກໍາແລະປ່າໄມ້ເມືອງ ທ່າແຕງ,ມີສະມາຊິກທັງໝົດ 40 ສະຫາຍ,ຍິງ 13 ສະຫາຍ ເຊິ່ງຄະນະໜ່ວຍ ໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກເປັນກົກ ເພື່ອສ້າງໃຫ້ສະມາຊິກຊາວໜຸ່ມມີນ້ຳໃຈຮັກຊາດ, ກໍາແໜ້ນນະໂຍບາຍຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ໄດ້ເຂົ້າຮ່ວມຮັບຟັງການເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ຈຳນວນ 8 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 324 ເທື່ອຄົນ, ຍິງ 82 ເທື່ອຄົນ, ນອກນັ້ນ ຍັງໄດ້ຮັບຫຼຽນກາມີ 10 ສະຫາຍ, ໃບຍ້ອງຍໍຂັ້ນກະຊວງມີ 13 ສະຫາຍ, ຍິງມີ 4 ສະຫາຍ, ຍ້ອງຍໍຂັ້ນແຂວງມີ 22 ສະຫາຍ, ຍິງ 6 ສະຫາຍ, ຍ້ອງຍໍຂັ້ນເມືອງມີ 23 ສະຫາຍ, ຍິງມີ 5 ສະຫາຍ ແລະ ໃບຊົມເຊີຍມີ 7 ສະຫາຍ, ຍິງມີ 5 ສະຫາຍ, ສາມາດຍາດເອົາຊະນະເລີດກິລາເປຕັງຍິງ ມີ 1 ຄັ້ງ ( ປີ 2014 ),ຊະນະເລີດເປຕັງຊາຍ ມີ 2 ຄັ້ງ ( ປີ 2016-2017 ). ພ້ອມທັງຮັບຟັງມະຕິຕົກລົງ ວ່າດ້ວຍອະນຸມັດໃຫ້ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ພົ້ນກະສຽນລາອອກຈາກສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວມີຈໍານວນ 8 ສະຫາຍ,ຍິງ 2 ສະຫາຍ ແລະ ມອບໃບຍ້ອງຍໍ,ໃບຊົມເຊີຍ ໃຫ້ບຸກຄົນດີເດັ່ນຈໍານວນ 42 ສະຫາຍ, ຍິງ 12 ສະຫາຍ, ໃນນີ້ ໃບຍ້ອງຍໍມີ 30 ສະຫາຍ,ຍິງ 9 ສະຫາຍ,ໃບຊົມເຊີຍມີ 12 ສະຫາຍ,ຍິງ 3 ສະຫາຍ.
ຈາກນັ້ນ ກໍ່ໄດ້ເປັນເອກະສັນກັນ ປ່ອນບັດຄັດເລືອກເອົາ ຄະນະໜ່ວຍຮາກຖານຊຸດໃຫ່ມ ເຊິ່ງປະກອບມີບຸກຄະລາກອນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ລົງຮັບສະໜັກໃນຄັ້ງນີ້ມີ 5 ສະຫາຍ,ເລືອກເອົາ 3 ສະຫາຍ, ເຊິ່ງຜູ້ແທນກອງປະຊຸມໄດ້ເຫັນດີເລືອກເອົາ ສະຫາຍ ຄໍາພາ ຈັນທະວົງ ເປັນເລຂາໜ່ວຍຊາວໜຸ່ມຮາກຖານ, ສະຫາຍ ນາງ ອັກສອນ ພົມມະສູນທອນ ເປັນຮອງເລຂາ ແລະ ສະຫາຍ ແກ້ວ ຜອງສະໝຸດ ເປັນປະທານກວດກາໜ່ວຍຊາວໜຸ່ມຮາກຖານຫ້ອງການກະສິກໍາແລະປ່າໄມ້ເມືອງ ທ່າແຕງ ຊຸດໃຫ່ມ ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານດັ່ງກ່າວ ໃຫ້ດີຂຶ້ນກວ່າເກົ່າ
Editor: ກຳປານາດ ລັດຖະເຮົ້າ