ໃນວັນທີ 31 ມີນາ ນີ້, ທີ່ສູນພັດທະນາແມ່ຍິງພິການລາວ, ບ້ານດົງໂພສີ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ມີການຈັດງານສະເຫລີມສະຫລອງ ວັນທີ 8 ເດືອນ 3 (ວັນແມ່ຍິງສາກົນ ຄົບຮອບ 108 ປີ. ຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມ ມີ ທ່ານ ແກ່ນ ວໍລະສານ ເຈົ້າເມືອງຫາດຊາຍຟອງ, ມີ ທ່ານ ສົມສະຫນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ພ້ອມນີ້ຍັງມີ ຜູ້ຕາງຫນ້າສະຫາພັນແມ່ຍິງ ນະຄອນຫລວງວຽງຈັນ, ຜູ້ຕາງຫນ້າຈາກສະຖານທູດ, ສະມາຄົມຜູ້ພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານນາງ ວັນເພັງ ສີວິລາ ປະທານສູນພັດທະນາແມ່ຍິງພິການລາວ, ກ່າວວ່າ: ການຈັດງານດັ່ງກ່າວ ເພື່ອເປັນການສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 108 ປີ ໃນປີ 2018, ແລະ ຍັງເປັນການສ້າງກິດຈະກໍາຮ່ວມກັນ, ການແລກປ່ຽນທາງດ້ານຜະລິດຕະພັນຂອງກຸ່ມຄົນພິການ ໃນບັນດາສູນ ແລະ ສະມາຄົມຕ່າງໆ ໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງ ລວມທັງອົງການຊ່ວຍເຫລືອສັງຄົມ ທີ່ບໍ່ຫວັງຜົນກໍາໄລ, ນອກຈາກນັ້ນ ພາຍໃນງານຍັງປະກອບດ້ວຍກິດຈະກໍາຕ່າງໆ ທັງການສະແດງສິລະປະ, ແຂ່ງຂັນກິລາຄົນພິການ. ວາງສະແດງຜົນງານການຜະລິດຈາກກຸ່ມຄົນພິການ ຈາກພາກສ່ວນຕ່າງໆ ເພື່ອເປັນການໂຄສະນາ ໃຫ້ຮູ້ເຖິງຄວາມສໍາຄັນ ຂອງຄົນພິການ ໃນການມີສ່ວນຮ່ວມໃນສັງຄົມ ແລະ ສັງຄົມຕ້ອງໃຫ້ໂອກາດພວກເຂົ້າເຫລົ່ານັ້ນ ພ້ອມທັງໃຫ້ການຊຸກຍູ້ສະຫນັບສະຫນູນ ໃນການພັດທະນາວິຊາຊີບ ສ້າງວຽກເຮັດງານທໍາ ເພື່ອນໍາເອົາວິຊາຄວາມຮູ້ໄປພັດທະນາຕົນເອງ. ກຸ້ມຕົນເອງ ແລະ ສ້າງລາຍຮັບແກ່ຄອບຄົວ ຂອງເຂົ້າເຈົ້າ.
ຕໍ່ກັບການຈັດງານ ຄັ້ງນີ້ ທ່ານນາງ ວັນເພັງ ສີວິລາ ປະທານສູນພັດທະນາແມ່ຍິງພິການລາວ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ກັບແຂກທີ່ເຂົ້າຮ່ວມພາຍໃນງານ ລວມເຖິງອົງກອນທີ່ເຮັດວຽກກ່ຽວກັບແມ່ຍິງ ແລະ ຜູ້ໃຫ້ການຊ່ວຍເຫລືອແກ່ແມ່ຍິງ ສະຫນັບສະຫນູນສິດທິແມ່ຍິງ ແລະ ທັກສະແມ່ຍິງ ໃນການເປັນຜູ້ນໍາ, ພ້ອມກັນນັນ ພາຍໃນງານ ຍັງເປີດໂອກາດໃຫ້ແມ່ຍິງ ແລະ ອົງກອນຕ່າງໆ ໄດ້ສະແດງຜົນງານຂອງຕົນ, ຂາຍຜະລິດຕະພັນຂອງຕົນ ທີ່ຜະລິດຈາກສີມືຂອງເອື້ອຍນ້ອງແມ່ຍິງ ເພື່ອສົມທົບລາຍໄດ້ ແລະ ລະດົມທຶນເພື່ອການກຸສົນ ໃນການນໍາເຂົ້າຝຶກອົບຮົມວິຊາຊີບ ແລະ ສ້າງວຽກເຮັດງານທໍາ ແກ່ແມ່ຍິງພິການ ໄດ້ມີອາຊີບ ແລະ ມີອານາຄົດທີ່ດີ ສ້າງທຸລະກິດແກ່ຕົນເອງ ໃນຊຸມຊົນ.
ງານດັ່ງກ່າວ ຈັດຂື້ນເປັນເວລາ 1 ວັນ ເຊີ່ງປະກອບດ້ວຍກິດຈະກໍາ ຂອງຜູ້ພິການ ເຊັ່ນ ການຟ້ອນ, ຮອງເພງ, ການເຈັ້ນ, ເດີນແບບ, ກິລາ ແລະ ວາງສະແດງຜະລິດຕະພັນສີມືຜູ້ພິການ ແລະ ອື່ນໆ ທີ່ຫນ້າສົນໃຈ.
Editor: ກຳປານາດ ລັດຖະເຮົ້າ