ການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 3 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 30 ມີນາ ຫາ 6 ເມສາ 2018 ທີ່ເຮື່ອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ມີບັນດາຮອງລັດຖະມົນຕີ, ພາກສ່ວນກ່ຽວຂ້ອງ, ເຂົ້າຮ່ວມແຂ່ງຂັນ ທັງພາກລັດ ແລະ ພາກເອກະຊົນ ຈໍານວນ 64 ຄົນ, ທີ່ມາຈາກ 17 ພາກສ່ວນ, ແຂ່ງຂັນຢູ່ 7 ຈຸດ ທີ່ກໍານົດເປັນສະຖານທີ່ຈັດຕັ້ງການແຂ່ງຂັນ, ໃນນັ້ນມີ 7 ສາຂາວິຊາຊ່າງຄື: ສາຂາວິຊາຊ່າງຕັດຫຍິບເຄື່ອງນຸ່ງ, ວິຊາຊ່າງກໍ່, ຊ່າງປຸງແຕ່ງອາຫານ, ຊ່າງຕິດຕັ້ງໄຟຟ້າໃນອາຄານ, ຊ່າງໄມ້ເຄື່ອງເຮືອນ, ຊ່າງເຕັກໂນໂລຊີ ອອກແບບກຣາຟິກ ແລະ ຊ່າງຈອດໂລຫະ.
ທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານຄະນະກຳມະການຈັດຕັ້ງການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 3 ແລະ ກະກຽມເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12 ໄດ້ຂື້ນລາຍງານ: ການແຂ່ງຂັນສີມືແຮງງານແຫ່ງຊາດຄັ້ງນີ້ ແມ່ນແນໃສ່ສົ່ງເສີມການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ກຳລັງແຮງງານລາວມີທັກສະ ແລະ ມີລະດັບສີມືທີ່ໄດ້ມາດຕະຖານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານທັງພາຍໃນ ແລະ ຕ່າງປະເທດ, ທັງສາມາດປະກອບອາຊີບດ້ວຍຕົນເອງ ເພື່ອສ້າງວຽກເຮັດງານທຳທີ່ໝັ້ນຄົງ ແລະ ມີລາຍໄດ້ເພີ່ມຂຶ້ນ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄວາມໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ຍັງເປັນການຄັດເລືອກເອົານັກແຂ່ງຂັນທີ່ມີສີມືແຮງງານໜຸ່ມນ້ອຍ ເຂົ້າເປັນທີມຊາດຂອງລາວ ເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12 ທີ່ຈະຈັດຂຶ້ນໃນທ້າຍເດືອນ ສິງຫາ ຫາ ຕົ້ນເດືອນ ກັນຍາ 2018 ທີ່ປະເທດໄທເປັນເຈົ້າພາບ, ການຈັດການແຂ່ງຂັນຄັ້ງນີ້, ຍັງເປັນການປະເມີນມາດຕະຖານຂອງນັກແຂ່ງຂັນ, ບັນດາຄູຝຶກ ລວມທັງຫລັກສູດການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານ ໂດຍການໝູນໃຊ້ຫົວບົດທົດສອບແຂ່ງຂັນລະດັບອາຊຽນ ມາປັບປຸງສູ່ສະພາບຄວາມເປັນຈິງຂອງປະເທດເຮົາ ແລະ ຍັງເປັນຫົວບົດທົດສອບການແຂ່ງຂັນສີມືແຮງງານລະດັບຊາດ ເພື່ອສືບຕໍ່ປັບປຸງ ແລະ ພັດທະນາຫລັກສູດການຝຶກອົບຮົມ ແລະ ການພັດທະນາສີມືແຮງງານຢູ່ປະເທດເຮົາ ໃຫ້ສອດຄ່ອງກັບການປ່ຽນແປງທາງດ້ານເຕັກໂນໂລຊີ ໃນແຕ່ລະໄລຍະຕາມຄວາມຕ້ອງການຂອງຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ.
ໃນພິທີ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ໃຫ້ກຽດຂື້ນປະກອບຄໍາເຫັນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງລັ່ນຄອງ 9 ບາດ ເພື່ອເປີດງານຢ່າງເປັນທາງການ
Editor: ກຳປານາດ ລັດຖະເຮົ້າ