ໃນວັນທີ 23 ມີນາ 2018 ທີ່ຫ້ອງຂາຍ ຟີນຽມ ໂອໂຕລາວ. ບ້ານຫນອງບອນ ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໄດ້ມີງານເປີດໂຕລົດ ລຸ້ນໃຫມ່ ທີ່ມາພ້ອມກັບການອອກແບບທີ່ທັນສະໄຫມ ນັ້ນກໍ່ຄື BMW x3 ຢ່າງເປັນທາງການ ໃນ ສປປ ລາວ, ເຊີ່ງເປັນລົດທີ່ມີສະມັດຕະພາບສູງສູດໃນການຂັບຂີ່ ຕາມເສັ້ນທາງອອບໂຣດ ແບບພະຈົນໄພ, ມີການອອກແບບມາໃຫ້ມີຄວາມໂດດເດັ່ນ ແລະ ຕອບໂຈດໃນທຸກພາລະກິດ ໃນການໃຊ້ຊີວິດໃນແຕ່ລະວັນ. BMW X3 ມາພ້ອມກັບສະໂລແກຣນ ອໍຣ ນິວວິຊັນ ເປັນການຕອບໂຈດໃນທຸກໆໄຣສະຕາຍ ເປັນຕົ້ນແມ່ນ ການໃຊ້ຊີວິດໃນແຕ່ລະວັນ, ການໄປທ່ອງທ່ຽວ ໃນຮູບແບບແອດແລນເຈີ້ ຕາມສະຖານທີ່ຕ່າງໆ ແລະ ອື່ນໆທີ່ເພີ່ມຄວາມສຸກ ແກ່ຜູ້ເປັນເຈົ້າຂອງ. BMW X3 ຍັງມີຄວາມຫລູຫລາ ໂດດເດັ່ນ ແລະ ທັນສະໄຫມ, ມີຄວາມພຽບພ້ອມດ້ວຍເຕັກໂນໂລຊີ ທີ່ທັນສະໄຫມ ອອກແບບ ທັງພາຍໃນ ແລະ ພາຍນອກ, ມີຄວາມແຊງແກ່ນ-ທົນທານ ເໝາະແກ່ການພະຈົນໄພ ເຊີ່ງລົດລຸ້ນນີ້ ໄດ້ຖືກອອກແບບມາເພື່ອໃຫ້ເຂົ້າກັບກິດຈະກໍານີ້.
ທ່ານ ວັນທາ ໄຊສຸລິ ທີ່ປຶກສາຝ່າຍຊາຍ ຫ້ອງຊາຍຟີນຽມ ໂອໂຕລາວ ໄດ້ອະທິບາຍ ແລະ ນໍາສະເໜີສ່ວນເລີກ ລາຍລະອຽດຂອງລົດ BMW X3 ເຊີ່ງເປັນເຈເນຊັນທີ 3 ເຊີ່ງເປັນການພັດທະນາມາຢ່າງຕໍ່ເນື່ອງ BMW ເພື່ອໃຫ້ລົດທີ່ຜະລິດອອກມາ ມີຄວາມສົມບູນ ແລະ ດີທີ່ສຸດ. ແລະ ເຊື່ອແນ່ວ່າ BMW X3 ຈະຊ່ວຍຕອບໂຈດທ່ານໄດ້ ລວມທັງບັນດາລູກຄ້າທີ່ເປັນຄົນລາວ, ສໍາລັບ ຟັງຊັນຕ່າງໆ ຂອງລົດ BMW X3 ແມ່ນໄດ້ຮັບການອອກແບບໃນຮູບແບບໂສມໃຫມ່ທັງຄັນ, ທັງພາຍໃນ ແລະ ພາຍນອກ, ເຊີ່ງມາພ້ອມດ້ວຍຄວາມແຂງແກ່ນທົນທານ ເຫມາະສົມແກ່ເສັ້ນທາງອອບໂຣດ, ນັບທັງກະຈັກດ້ານຫນ້າທີ່ແຂງແກ່ນທົນທານ. ລະບົບໄຟຕາ ແບບອາດຕິສ ດ້ວຍເຕັກໂນໂລຊີໃຫມ່ ໄອທູ ( i2 ) ທີ່ສາມາດສ່ອງແສງໄຟໄປໄກເຖິງ 500 ແມັດ, ເຊີ່ງເປັນເຕັກໂນໂລຊີໃຫມ່ຫລ້າສຸດ ທີ່ເພີ່ມຄວາມສະດວກສະບາຍ, ຄວາມປອດໄພໃນການຂັບຂີ່.
ສໍາລັບການອອກແບບ ດ້ານຫລັງຂອງລົດ ແມ່ນເພີ່ມຕື່ມໃນລະບົບໄຟທ້າຍທີ່ມີມິດຕີໃຫມ່ ເຮັດໃຫ້ລົດມີຄວາມສວຍງາມແລະ ໂດດເດັ່ນຂື້ນ, ລະບົບທໍ່ ແບບເປັນຕູ່ ທີ່ບົ່ງບອກເຖິງຄວາມເປັນລົດສະປອດໃນຕົວເອງ ໄດ້ຢ່າງຊັດເຈນ, ນອກຈາກນັ້ນ ຍັງມີລະບົບເຊັນເຊີ ໃນການເປີດ-ປິດ ແບບອັດຕະໂນມັດ ທີ່ທັນສະໄຫມ. ການອອກແບບພາຍໃນ ໄດ້ເພີ່ມຄວາມຫລຸຫລາຫລາຍຂື້ນ ໃນນັ້ນມີຈໍສະແດງຜົນ ໄອຟາຍ ຂະຫນາດ 10,25 ນິ້ວ, ລະບົບເຄື່ອງສຽງທີ່ທັນສະໄຫມ ຈາກເຢຍລະມັນ ລວມ 16 ຈຸດລໍາໂພງ, ເພີ່ມຄວາມສະດວກໃນການຂັບຂີ່ ດ້ວຍລະບົບແຄສອັບ ສະເຄ
BMW X3 ແມ່ນຖືກອອກແບບມາ ດ້ວຍການປະສົມປະສານກັບເຕັກໂນໂລຊີທີ່ທັນສະໄຫມ ມີລະບົບໃນການຄວບຄຸມສື່ເອເລັກໂທນິກພາຍໃນລົດໄດ້, ລະບົບກຸນແຈ ອັດສະລິຍະ, ລະບົບປະຕິບັດການແອຣ, ລະບົບແຜນທີ່, ລະບົບປ້ອງກັນສຽງລົບກວນຈາກພາຍນອກ ແລະ ອື່ນໆ ຢ່າງຫລວງຫລາຍ ເຊີ່ງ BMW X3 ເປັນລົດທີ່ມີຄວາມເປັນເອກະລັກ ແລະ ໄລສະຕາຍຂອງຕົນເອງ.
Editor: ກຳປານາດ ລັດຖະເຮົ້າ