ໃນວັນທີ 26 ມີນາ 2018 ນີ້ ເມືອງໂພນທອງ, ແຂວງຫຼວງພະບາງ ຈັດພິທີປະກາດຮັບເອົາບ້ານ ມີໄຊ ເປັນບ້ານທີ 42 ຂອງເມືອງ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງ-ເມືອງໂພນທອງ, ທ່ານ ທອງດີ ດວງພະຈັນ ເລຂາຄະນະພັກຮາກຖານກຸ່ມໂພນທອງ, ທ່ານ ວິສອນ ແກ້ວທອງດີ ນາຍບ້ານໆ ມີໄຊ, ມີບັນດາຫົວໜ້າຮອງຫົວໜ້າຫ້ອງການ ແຕ່ລະຂະແໜງການກ່ຽວຂ້ອງຂອງເມືອງ, ເລຂາພັກບ້ານອ້ອມຂ້າງ, ແຂກທີ່ຖືກເຊີນ,ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ໃນພິທີ ທ່ານ ຝົງລໍ ດົວປໍ ຫົວໜ້າຫ້ອງການພາຍໃນເມືອງໂພນທອງ ກໍ່ໄດ້ຂຶ້ນຜ່ານບົດວິພາກການສ້າງຕັ້ງບ້ານມີໄຊ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການອະນຸມັດປະກາດແຍກ ຈຸດປຸງດັງ ທີ່ຂຶ້ນກັບບ້ານນາສຳພັນອອກ ເປັນບ້ານມີໄຊ ກຸ່ມໂພນທອງ ເມືອງໂພນທອງ, ແຂວງຫຼວງພະບາງ, ພ້ອມທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໂພນທອງ ວ່າດ້ວຍການແຕ່ງຕັ້ງນາຍບ້ານ ຮອງນາຍບ້ານ ຊຶ່ງໃນຂໍ້ຕົກລົງໄດ້ແຕ່ງຕັ້ງ ທ່ານ ວິສອນ ແກ້ວທອງດີ ເປັນຜູ້ວ່າການນາຍບ້ານມີໄຊ ພ້ອມດ້ວຍຄະນະຈໍານວນໜຶ່ງ ຊ່ວຍວຽກຕາມແຕ່ລະໜ່ວຍງານຂອງບ້ານຢ່າງຄົບຖ້ວນ, ຈາກນັ້ນ ທ່ານ ວິສອນ ແກ້ວທອງດີ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວທີ່ຂຶ້ນກັບບ້ານນາສຳພັນ ໃນໄລຍະຜ່ານມາ, ໃນເມືອກ່ອນປະຊາຊົນໄດ້ຂຶ້ນກັບບ້ານນາສຳພັນກຸ່ມໂພນທອງ, ສາເຫດທີປະກາດແຍກບ້ານກໍ່ຍ້ອນມີຄວາມຫຍຸ້ງຍາກຫຼາຍປະການເປັນຕົ້ນປະຊາຊົນໄດ້ມີການປຸກສ້າງຫ່າງໄກກັນ ໃນການປະຊຸມ ຫຼື ຄົ້ນຄວ້າວຽກງານພາຍໃນບ້ານເຮັດມີຄວາມຫຍຸ້ງຍາກ ສະນັ້ນ ພໍ່ແມ່ປະຊາຊົນຈິງໄດ້ສະເໜີມາຍັງອົງການປົກຄອງເມືອງແລະຂັ້ນເທິງຈິງເຫັນຄວາມຈໍາເປັນເຫັນດີປະກາດບ້ານໃຫ່ມ, ບ້ານມີໄຊ ຫ່າງຈາກເທດສະບານເມືອງ ໄປທາງທິດເໝືອປະມານ 35 ກິໂລແມັດ ທົ່ວບ້ານມີຄອບຄົວທັງໝົດ 36 ຄອບຄົວພົນລະເມືອງ 220 ຄົນ ຍິງ 102 ຄົນເຊິ່ງປະກອບມີ 3 ເຜົ່າອາໄສດໍາລົງຊີວິດຢູ່, ອາຊີບສ່ວນໃຫ່ຍຢຶດຖືກເອົາການປູກຝັງ ແລະ ລ້ຽງສັດເປັນຕົ້ນຕໍ, ພ້ອມນັ້ນ ຍັງໄດ້ຜ່ານກົດລະບຽບການຄຸ້ມຄອງຂອງບ້ານມີໄຊອີກດ້ວຍ, ຄຽງຄູ່ໃນພິທີບັນດາຫົວໜ້າແຕ່ລະຂະແໜງການຂອງເມືອງ ກໍ່ໄດ້ຂຶ້ນພັດປຽນກັນເຜີຍແຜ່ພາລະບົດບາດສິດ ແລະ ໜ້າຂອງຕົນເພື່ອເຮັດໃຫ້ຜູ້ຊັບຜິດຊອບວຽກງານຂອງບ້ານເຂົ້າໃຈ ປະຕິບັດວຽກງານໃຫ້ສອດຄອງຕາມແນວທາງຂອງພັກລັດວາງໄວ້ຢ່າງເຂັ້ມງວດ.
ຕອນທ້າຍພິທີ ທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງໂພນທອງ ກໍ່ໃຫ້ກຽດໂອລົມເນັ່ງໜັກຫຼາຍບັນຫາ ກ່ອນອື່ນ ທ່ານກໍ່ໄດ້ສະແດງຄວາມຢ້ຽມຍາມອັນຖາມຂ່າວການເປັນຢູ່ຂອງປະຊາຊົນຢ່າງສຸດອົກສຸດໃຈ, ພ້ອມຍ້ອງຍໍຊົມເຊີຍຜົນງານອັນພົ້ນເດັ່ນໃນໄລຍະຜ່ານ ແລະ ພ້ອມກັນສືບຕໍ່ສ້າງເສດຖະກິດຂອງແຕ່ລະຄອບຄົວ, ສ້າງບ້ານໃຫ້ຫຼຸດພົ້ນອອກຈາກບ້ານທຸກຍາກເທືອລະກ່າວໂດຍປະຕິບັດຕາມມາດຖານເງື່ອນໄຂຂອງແຕ່ລະຂະແໜງການຂອງພັກ-ລັດວ່າງອອກໃຫ້ປະກົດຜົນເປັນຈິງ.
Editor: ເມືອງໂພນທອງ