ໃນເມື່ອບໍ່ດົນນີ້ ຢູ່ຫໍປະຊຸມຂອງບ້ານສົບຫູດ ກຸ່ມພັດທະນາດອນຄໍາ ເມືອງໂພນໄຊ ໄດ້ຈັດພິທີປະກາດ ບ້ານວັດທະນະທໍາໃໝ່ ໂດຍການເປັນປະທານຂອງທ່ານ ສີຈັນ ລັດສະໝີ ເຈົ້າເມືອງໆໂພນໄຊ, ທ່ານ ດ້ວງ ສີທີວົງ ເລຂາຄະນະພັກຮາກຖານ ກຸ່ມພັດທະນາດອນຄໍາ, ມີບັນດານາຍບ້ານ, ແຂກຖືກເຊີນຈາກແຂວງ, ຈາກເມືອງ, ບ້ານອ້ອມຂ້າງ, ພໍ່ແມ່ປະຊາຊົນ ພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ພິທີປະກາດ ບ້ານວັດທະນະທໍາໃໝ່ຄື: ບ້ານ ສົບຫູດ ແລະ ບ້ານ ປາກວັງ ທີ່ຂຶ້ນກັບເມືອງໂພນໄຊ ແຂວງຫຼວງພະບາງ ເຊິ່ງໃນພິທີທ່ານ ອຸ່ນ ຮອງນາຍບ້ານ-ບ້ານສົບຫູດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ການສ້າງຄອບຄົວ ແລະ ບ້ານວັດທະນະທໍາ. ບ້ານສົບຫູດ ຫ່າງຈາກເມືອງໂພນໄຊ ປະມານ 50 ກິໂລແມັດ,ປະກອບມີ 95 ຄອບຄົວ, ມີພົນເມືອງ 595 ຄົນ, ຍິງ 293 ຄົນ, ມີແຮງງານຜະລິດ 219 ຄົນ, ຍິງ 94 ແຮງງານ ແລະ ບ້ານ ປາກວັງ ມີ 102 ຄອບຄົວ, ມີພົນລະເມືອງ 446 ຄົນ, ຍິງ 196 ຄົນ, ມີແຮງງານຜະລິດ 105 ແຮງງານ, ຍິງ 40 ແຮງງານ. ຜ່ານມາຄະນະໜ່ວຍພັກບ້ານກໍ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເອົາບັນດາແນວທາງນະໂຍບາຍມະຕິຄໍາສັ່ງຕ່າງໆຂອງພັກ ລະບຽບກົດໝາຍຂອງລັດມາເຜີຍແຜ່ເຊື່ອມຊຶມ, ພໍ່ແມ່ປະຊາຊົນສ່ວນໃຫຍ່ຍຶດຖືອາຊີບປູກຟັງ ແລະ ລ້ຽງສັດ ທົ່ວບ້ານມີເນື້ອ ທີ່ໄຮ່ໝູນວຽນ 96 ເຮັກຕາ, ສະມັດຕະພາບ 2 ໂຕນ/ເຮັກຕາ, ມີເນື້ອທີ່ນາ 2 ເຮັກຕາ, ເນື້ອທີ່ປູກໝາກງາ 23 ເຮັກຕາ, ປູກສາລີ 13 ເຮັກຕາ ແລະ ເນື້ອທີ່ສວນໄມ້ສັກ 20 ເຮັກຕາ. ພໍ່ແມ່ປະຊາ ຊົນທັງ 2 ບ້ານ ສາມາດຮັກສາໝູນເຊື້ອຮີດຄອງປະເພນີ ແລະ ວັດທະນະທໍາຕາມ 5 ມາດຖານການສ້າງບ້ານວັດທະນະທໍາຄື: ບ້ານຕ້ອງມີຄອບຄົວວັດທະນະທໍາ ຄົບ 5 ມາດຖານ ແຕ່ 70 ສ່ວນຮ້ອຍຂຶ້ນໄປ. ບ້ານມີການອະນຸລັກປົກປັກຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງເຜົ່າ. ມີນໍາໃຈຮັກຊາດ ຮັກລະບອບໃໝ່. ຮັກບ້ານເກີດເມືອງນອນຂອງຕົນ. ເຊື່ອໝັ້ນຕໍ່ການ ນໍາພາຂອງພັກ-ລັດ.
ພ້ອມກັນນັ້ນ ຍັງໄດ້ມອບໃບຢັ້ງຢືນບ້ານວັດທະນະທໍາ ໂດຍທ່ານ ສີຈັນ ລັດສະໝີ ເປັນຜູ້ຮັບເອົາຕ່າງໜ້າທາງອໍານາດການປົກຄອງທັງ 2 ບ້ານທີ່ເປັນບ້ານວັດທະນະທໍາໃໝ່.
Editor: ດາວໄຊ ສີວິໄລ