ເພື່ອເປັນການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ຄອບຄົວທີ່ຖືກອັກຄີໄພ ໄຟໄໝ້ເຮືອນ ຈໍານວນ 3 ຄອບຄົວ ຢູ່ບ້ານ ນໍ້າຢ້າງ, ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ.
ດັ່ງນັ້ນ, ມາໃນວັນທີ 26 ມີນາ 2018 ຜ່ານມາ ຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາເອົາເຄື່ອງຊ່ວຍເຫລືອຈໍານວນໜຶ່ງ ເປັນຕົ້ນແມ່ນ ເຂົ້າສານ, ໝີ່ ແລະ ໄຂ່ ມູນຄ່າ 1.100,000 ກີບ ( ໜຶ່ງລ້ານໜຶ່ງແສນກີບ) ເພື່ອນໍາໄປມອບໃຫ້ ຈໍານວນ 3 ຄອບຄົວ ທີ່ຖືກອັກຄີໄພ ໄຟໄຫມ້ເຮືອນ. ໂດຍການມອບເຄື່ອງຊ່ວຍເຫລືອດັ່ງກ່າວຂອງ ທ່ານ ດຣ ສົມພອນ ລາດສະວົງ ຫົວໜ້າຫ້ອງການ ແຮງງານສະຫວັດດີການ ແລະ ສັງຄົມ ເມືອງວຽງທອງ ແລະ ຮັບໂດຍຕ່າງໜ້າ ທັງ 3 ຄອບຄົວທີ່ຖືກອັກຄີໄພ ໂດຍຊ້ອງໜ້າພະນັກງານ, ອໍານາດການປົກຄອງບ້ານເປັນສັກຄີພະຍານ.
Editor: ເມືອງວຽງທອງ