ໃນວັນທີ 27 ມີນາ 2018 ນີ້ ຢູ່ທີ່ຫ້ອງປະຊຸມ ບ້ານ ມອມ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມຝຶກອົບຮົບວຽກງານ ປກສ ກຸ່ມບ້ານຂຶ້ນ ໂດຍການເປັນປະທານຂອງທ່ານ ພັນໂທ ອິນວົງ ວັນນະຈອມຈັນ, ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນໂທ ຫຸມພັນ ເພັດບຸນມີ ຮອງເລຂາຄະນະພັກກົມ ຮອງກົມ ຫ້າສູນເກົ້າ 509 ,ມີທ່ານ ພັນໂທ ກາຍຍະສອນ ສິງວິໄຊ ຄະນະພັກ ຮອງກອງບັນຊາການ ປກສ ແຂວງບໍ່ແກ້ວ, ມີອຳນາດການປົກຄອງບ້ານ, ພະນັກງານກອງກໍ່ສ້າງຮາກຖານ ເກົ້າຫນຶ່ງສອງ 912 ຕະຫລອດຮອດ ປກສ ກຸ່ມ, ປກສ ບ້ານ ເຂົ້າຮ່ວມ.
ໂດຍອີງຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງ-ເມືອງຕົ້ນເຜິ້ງ ສະບັບເລກທີ່ 0111/ຈມ-ຕຜ ລົງວັນທີ່ 21 ມີນາ 2018 ວ່າດ້ວຍການອະນຸມັດເປີດບັ້ນຝຶກອົບຮົມວຽກງານວິຊາສະເພາະໃຫ້ແກ່ ປກສ ກຸ່ມ ແລະ ປກສ ບ້ານ, ເປົ້າໝາຍໃນການຝຶກອົບຮົມໃນຄັ້ງນີ້ມີ 2 ກຸ່ມບ້ານ ຄື: ປກສ ກຸ່ມບ້ານມອມ ແລະ ກຸ່ມບ້ານຫລວງສິງໄຈ ມີ: ປກສ ກຸ່ມບ້ານ 20 ສະຫາຍ, ປກສ ບ້ານທັງ 2 ກຸ່ມ 83 ສະຫາຍ ແລະ ພະນັກງານ ກອງກໍ່ສ້າງຮາກຖານອີກຈຳນວນ ໜຶ່ງ. ເພື່ອປະຕິບັດຄໍາສັ່ງແນະນໍາເລກທີ່ 04/ກມສພ, ຄຳສັ່ງແນະນຳ ເລກທີ່ 09/ ນຍ ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ເວົ້າລວມ ເວົ້າສະເພາະ ກໍ່ເພື່ອເປັນການຈັດຕັ້ງປະຕິບັດດຳລັດເລກທີ່ 93/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳລັງ ປກສ ບ້ານ ແລະ ປະຕິບັດຕາມໂຄງຮ່າງຂອງກຸ່ມບ້ານມອມ ແລະ ກຸ່ມຫລວງສິງໄຈ ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.
ກອງປະຊຸມແມ່ນຈະດຳເນີນໄປເປັນເວລາ 5 ວັນ ຈຶ່ງຈະສຳເລັດ.
Editor: ແຂວງບໍ່ແກ້ວ