ກອງປະຊຸມດັ່ງກ່າວ ໄດ້ໄຂຂື້ນລະຫວ່າງ ວັນທີ 28-30 ມີນາ 2018 ຢູ່ທີ່ສະໂມສອນເຂື່ອນໄຟຟ້າ ນໍ້າງື່ມ1 ທ່າລາດ, ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນກຽດເຂົ້າຮ່ວມມີ ທ່ານ ດຣ ສີສະຫວາດ ສຸດທານິລະໄຊ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ມີ ທ່ານ ດຣ ອ່ອນຈັນ ແກ້ວສະຫວັນ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ມີບັນດາທ່ານຕາງໜ້າອົງການອະນາໄມໂລກປະຈໍາລາວ, ກົມຈັດຕັ້ງພະນັກງານ, ກົມຄວບຄຸມພະຍາດຕິດຕໍ່, ມີບັນດາຄະນະພະແນກສາທາລະນະສຸກໃນທົ່ວປະເທດເຂົ້າຮ່ວມ.
ຈຸດປະສົງ ເພື່ອທົບທວນລະບົບການເຝົ້າລະວັງ ແລະ ຕອບໂຕ້ພະຍາດທີ່ເປັນພາລະແບກຫາບໃນ ສປປ ລາວ ແລະ ໃຫ້ຄຳແນະນຳຕ່າງໆ ເພື່ອປັບປຸງຄວາມຄືບຫນ້າ ນໍາສະເໜີຄວາມຄືບໜ້າ, ຜົນສຳເລັດ ແລະ ສິ່ງທ້າທາຍຂອງວຽກການເຝົ້າລະວັງແຫ່ງຊາດ, ການປະເມີນຄວາມສ່ຽງ ແລະ ການຕອບໂຕ້ ພ້ອມທັງສະເໜີກິດຈະກຳດ້ານວິເຄາະ ປີ 2017, ທັງເປັນການແລກປ່ຽນຜົນໄດ້ຮັບຂອງການເຝົ້າລະວັງຕາມຕົວຊີ້ວັດ ແລະ ການເຝົ້າລະວັງຕາມເຫດການ ແລະ ການຕອບໂຕ້ຕໍ່ການລະບາດລວມ ທັງຜົນໄດ້ຮັບຈາກການສອບສວນການລະບາດທີ່ເດັ່ນໃນ ປີ 2017 ແລະ ນໍາສະເໜີສະພາບຄວາມຄືບໜ້າກ່ຽວກັບການເຝົ້າລະວັງພະຍາດທີ່ສາມາດປ້ອງກັນດ້ວຍຢາວັກແຊ່ງ ລວມທັງຜົນສຳເລັດໃນການຈໍາກັດພະຍາດໂປລີໂອ ແລະ ພະຍາດໝາກແດງນ້ອຍ ໝາກແດງໃຫຍ່ ແລະ ຕົວຊີ້ວັດທີ່ຈໍາເປັນໃນການບຳລຸງຮັກສາ ພ້ອມທັງສະເໜີທິດທາງໃນຕໍ່ໜ້າໃນການກຳຈັດພະຍາດໝາກແດງໃນ ປີ 2018 ແລະ ນໍາສະເໜີສະພາບຄວາມຄືບໜ້າໃນທົ່ວໂລກ ຂອງຂົງເຂດພະຍາດຊຶມເຊື້ອທີ່ເກີດຂື້ນໃໝ່ ແລະ ພະຍາດທີ່ຊຶມເຊື້ອທີ່ກັບມາເກີດຂື້ນໃໝ່ ເຊັ່ນ: ພະຍາດໄຂ້ຫວັດສັດປີກ ແລະ ພະຍາດຊຶມເຊື້ອທີ່ເກີດຂື້ນໃໝ່ອື່ນໆ ແລະ ສະເໜີບາດກ້າວສຳລັບການເຝົ້າລະວັງການປະເມີນຄວາມສ່ຽງ ແລະ ການຕອບໂຕ້ໃນປີ 2018. ເພື່ອແນໃສ່ບັນລຸຄວາມອາດສາມາດທີ່ເປັນໃຈກາງຂອງລະບຽບສາກົນດ້ານສາທາລະນະສຸກ ແລະ ແຜນງານຄວາມໝັ້ນຄົງທາງດ້ານສຸຂະພາບ ໂດຍສະເພາະແມ່ນຂໍ້ສະເໜີແນະນຳຂອງທີມງານປະເມີນສາກົນ ກ່ຽວກັບການປະຕິບັດແຜນງານ ແລະ ຍຸດທະສາດຄວບຄຸມພະຍາດຊືມເຊື້ອໃນ ສປປ ລາວ ປີ 2017 ທີ່ຜ່ານມາ ໃນຊຸມປີຕໍ່ໜ້າ ເພື່ອເພີ່ມຄວາມເຂັ້ມແຂງດ້ານຄວາມອາດສາມາດໃນວຽກງານເຝົ້າລະວັງ, ການປະເມີນຄວາມສ່ຽງ ແລະ ຕອບໂຕ້ການລະບາດຂອງພະຍາດໃຫ້ແກ່ຫນ່ວຍງານລະບາດວິທະຍາໃນທຸກລະດັບ ແລະ ຄວາມສາມາດກວດວິເຄາະເພື່ອຢັ້ງຢືນໃຫ້ໄວ, ທັນເວລາ ແລະ ຮັບປະກັນຄຸນນະພາບ ທັງມີຄວາມປອດໄພ, ສືບຕໍ່ເຝົ້າລະວັງບັນດາອາການ ແລະ ພະຍາດພາຍໃຕ້ລະບົບເຝົ້າ
ລະວັງ ໂດຍສະເພາະ ພະຍາດທີ່ພົ້ນເດັ່ນຈໍານວນໜື່ງ ເພື່ອຈຳກັດ ແລະ ລົບລ້າງອອກຈາກປະເທດເຮົາ ເພື່ອບັນລຸເປົ້າໝາຍສະຫະສະວັດ.
Editor: ແຂວງວຽງຈັນ