ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ(22 ມີນາ 1955 - 22 ມີນາ 2018) ແລະ ທັງເປັນການຕ້ອນຮັບວັນບຸນປີໃໝ່ລາວ ປະຈໍາປີ 2018 ທີ່ໝູນວຽນຈະມາເຖິງນີ້ ໃຫ້ມີຄວາມໝາຍ, ຄວາມສຳຄັນເຕັມໄປດ້ວຍຂະບວນການທີ່ຟົດພື້ນ ທັງເປັນການສ້າງຄວາມສາມັກຄີ ລະຫວ່າງ ສະມາຊິກກຳມະບານດ້ວຍກັນ.
ດັ່ງນັ້ນໃນວັນທີ່ 26 ມີນາ 2018 ຜ່ານມານີ້ ກຳມະບານ ທຸກຂົງເຂດໃນເທດສະບານ ເມືອງ ວຽງທອງ, ແຂວງ ບໍລິຄຳໄຊ ໄດ້ພ້ອມກັນອອກແຮງງານລວມ ເພື່ອຂໍ່ານັບຮັບຮັບຕ້ອນ ແລະ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ຕ້ອນຮັບການສະເຫຼີມສະຫຼອງບຸນປີໃໝ່ລາວທີ່ຈະມາເຖິງ. ເຂົ້າຮ່ວມໃນການອອກແຮງງານໃນຄັ້ງນີ້ມີ ທ່ານ ນາງ ພູວາ ຈັນທະສອນ ກໍາມະການພັກເມືອງ, ປະທານສະຫະພັນກຳມະບານເມືອງ. ພ້ອມດ້ວຍອ້າຍເອື້ອຍນ້ອງສະມາຊິກກໍາມະບານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກິດຈະກຳການອອກແຮງງານຄັ້ງນີ້ ແມ່ນອະນາໄມຕາມເດີ່ນສໍານັກງານ ແລະ ອານາໄມຖາງປ່າຫຍ້າລຽບອ້ອມຕາມບໍລິເວນກໍາແພງສໍານັກງານປົກຄອງເມືອງວຽງທອງ ເພື່ອໃຫ້ມີຄວາມສະອາດຈົບງາມແກ້ແຂກຄົນໄປມາ.
Editor: ນັກຂ່າວເມືອງວຽງທອງ