ລາວໂທລະຄົມ ຮ່ວມມືກັບ ບໍລິສັດ ພັດທະນາລາວສາກົນ ຈໍາກັດ ເພື່ອສະຫນອງບໍລິການ ໂທລະຄົມມະນາຄົມ ຄົບວົງຈອນ ໃນສູນການຄ້າສາກົນ ເວີເທດເຊັນເຕີ້ ເຊີ່ງເປັນໂຄງການຂະຫນາດໃຫຍ່ ອີກຫນຶ່ງໂຄງການ ທີ່ໄດ້ຮັບການສໍາປະທານ ແລະ ອະນຸຍາດໃຫ້ດໍາເນີນທຸລະກິດ ຈາກລັດຖະບານລາວ ເປັນການພັດທະນາພື້ນຖານໂຄງລ່າງທີ່ສໍາຄັນ ຕໍ່ການຈັດຕັງຜັນຂະຫຍາຍ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນການເພີ່ມທະວີເປີດກ້ວາງ ແລະ ຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຂອງ 2 ປະເທດ ລາວ-ຈີນ, ຈີນ-ລາວ ເວົ້າສະເພາະ ການເພີ່ມທະວີການພົວພັນທາງດ້ານເສດຖະກິດ ຢູ່ຂົງເຂດການຄ້າເສລີ ຈີນ-ອາຊຽນ. ແລະ ແນ່ນອນວ່າ ການໃຫ້ບໍລິການ ສູນການຄ້າທີ່ທັນສະໄຫມໃນລະດັບສາກົນ ເວີເທດເຊັນເຕີ ນີ້, ປັດໃຈທີ່ຂາດບໍ່ໄດ້ສໍາລັບການຮັບໃຂ້ ແລະ ອໍານວຍຄວາມສະດວກແກ່ຜູ້ມາປະກອບການທຸລະກິດ ແລະ ລຸກຄ້າ ທີ່ເຂົ້າມາໃຊ້ບໍລິການໃນສູນການຄ້າສາກົນ ເວີເທດເຊັນເຕີ ກໍ່ຄືການຕິດຕໍ່ສື່ສານໂທລະຄົມມະນາຄົມ, ການຮັບ-ສົ່ງຂໍ້ມູນຕ່າງໆຜ່ານທາງໂທລະສັບມືຖື, ອິນເຕີເນັດ ແລະ ອື່ນໆ. ລາວໂທລະຄົມ ໄດ້ລົງທຶນກໍ່ສ້າງຕະໜ່າງໂທລະຄົມ ທັງແບບມີສາຍ ແລະ ແບບບໍ່ມີສາຍ ເພື່ອໃຫ້ບໍລິການໃນເຂດພື້ນທີ່ ດັ່ງກ່າວ ເຊັ່ນ: ໂທລະສັບມືຖື 3ຈີ, 4ຈີ ແລະ 4,5ຈີ, ອິນເຕີເນັດຄວາມໄວສູງ ທັງພາຍໃນ ແລະ ຕ່າງປະເທດ, ໄວຟາຍ ແລະ ໂທລະສັບຕັ້ງໂຕ.
ພິທີເຊັນສັນຍາ ດັ່ງກ່າວ ຝ່າຍ ລາວໂທລະຄົມ ລົງນາມໂດຍ ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫຍ່ ລາວໂທລະຄົມ ແລະ ຝ່າຍ ສູນການຄ້າສາກົນ ເວີເທັດເຊັນເຕີ ລົງນາມໂດຍ ທ່ານ ຊຽວຫລົງ ( Mr. XIAO LONG ) ຜູ້ອໍານວຍການໃຫຍ່ ບໍລິສັດພັດທະນາລາວສາກົນ ຈໍາກັດ ໂດຍມີຄະນະທັງ 2 ຝ່າຍ ເຂົ້າຮ່ວມ ແລະ ສື່ມວນຊົນຮ່ວມເປັນສັກຂິພິຍານ. ພິທີດັ່ງກ່າວ ໄດ້ຈັດຂື້ນທີ່ສໍານັກງານໃຫຍ່ ລາວໂທລະຄົມ ເມື່ອວັນທີ 28 ມີນາ 2018 ທີ່ຜ່ານມາ.
Editor: ກຳປານາດ ລັດຖະເຮົ້າ