ໃນກາງມີນາ 2018 ຢູ່ທີຫ້ອງການກຸ່ມລ້ຽງງົວເປັນສິນຄ້າ, ເມືອງທຸລະຄົມ, ແຂວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ 2 ຂອງກຸ່ມຂື້ນ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນທັບ ວົງໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆທຸລະຄົມ, ມີທ່ານ ຄຳຫລ້າ ແສງວົງ, ຮອງຫົວໜ້າ ພະແນກພາຍໃນແຂວງວຽງຈັນ, ມີຫົວໜ້າກຸ່ມລ້ຽງງົວ, ມີພະນັກງານອາວຸໂສບຳນານ, ແຂກຖືກເຊີນ ແລະ ສະມາຊິກກຸ່ມລ້ຽງງົວເຂົ້າຮ່ວມ.
ທ່ານ ພຸດທະເສນ ວົງສີປະສົມ ຫົວໜ້າກຸ່ມລ້ຽງງົວເປັນສິນຄ້າເມືອງທຸລະຄົມ, ແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫລຼຸບການຈັດຕັ້ງການປະຕິບັດ ການສ້າງກຸ່ມລ້ຽງງົວໃນໄລຍະຜ່ານມາເຫັນວ່າ ການລ້ຽງງົວພາຍໃນກຸ່ມມີການຂະຫຍາຍຕົວ ແລະ ມີສະມັດຕະພາບສູງ ປະຈຸບັນມີສະມາຊິກທັງໝົດ 63 ຄອບຄົວ, ມີສັດລ້ຽງປະເພດງົວ 1.020 ໂຕ, ມີຈຳນວນແມ່ພັນ 750 ໂຕ, ມີຄັງລ້ຽງສັດ ແລະ ປູກຫຍ້າ 100 ກວ່າເຮັກຕ້າ, ປະເພດຫຍ້າທີ່ປູກມີຫຍ້າ ເນເປຍ ແລະ ຫຍ້າ ລູຊີ. ກຸ່ມລ້ຽງງົວເປັນສິນຄ້າເມືອງທຸລະຄົມ ໄດ້ເປັນຕົວແບບທີ່ດີໃຫ້ແກ່ຫລາຍຄອບຄົວ, ຫລາຍບ້ານ, ຫລາຍເມືອງ, ຫລາຍແຂວງ ເພື່ອເປັນບົດຮຽນ ແລະ ຂະຫຍາຍແມ່ພັນ – ພໍ່ພັນງົວ ສົ່ງຂາຍເຮັດໃຫ້ຄອບຄົວມີຫລາຍຮັບດີຂື້ນ
ກຸ່ມລ້ຽງງົວເປັນສິນຄ້າປະກອບມີ 10 ບ້ານ ຄື: ບ້ານເກິນເໜືອ, ບ້ານເກິນໃຕ້, ບ້ານຫາດໄຊ, ບ້ານບຸ່ງພ້າວ, ບ້ານນາຄອງ, ບ້ານຫລິ່ງຊັນ, ບ້ານແຈ້ງ, ບ້ານຈຸ້ມ, ບ້ານຕານປ່ຽວ ແລະ ບ້ານ ເກິນກາງ
ຕອນທ້າຍທາງຄະນະກຸ່ມລ້ຽງງົວເປັນສິນຄ້າ ຈຳນວນ 3 ທ່ານ ກໍ່ໄດ້ກ່າວລາໜ້າທີ່ ແລະ ກໍ່ໄດ້ປ່ອນບັດຄັດເລືອກເອົາຄະນະກຸ່ມລ້ຽງງົວເປັນສິນຄ້າເມືອງທຸລະຄົມຊຸດໃໝ່ຈຳນວນ 5 ທ່ານ ມີ ທ່ານ ສຸວັດ ເກດສັດຖາ, ທ່ານ ສະຫວ່າງ ອິນສີຊຽງໃໝ່, ທ່ານ ສີແພງ ຈັນດາລາ, ທ່ານ ພຸດທະເສນ ວົງສີປະສົມ, ເພື່ອຊີ້ນຳໆພາກຸ່ມລ້ຽງງົວເປັນສິນຄ້າຂອງເມືອງທຸລະຄົມຕໍ່ໄປ.
Editor: ເມືອງທຸລະຄົມ