ງານສະເຫລີມສະຫລອງວັນໄມໂລກ ປະຈໍາປີ 2018 ທີ່ ສປປ ລາວເປັນເຈົ້າພາບຮ່ວມກັບ ມູນນິທິວັນໄມ້ໂລກ ແລະ ສະມາຄົມວັດທະນະທໍາສາກົນ ກ່ຽວກັບໄມ້ ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 29 ມີນາ 2018 ທີ່ສູນການຄ້າລາວ-ໄອເຕັກ ແລະ ຈະສຶບຕໍ່ດໍາເນີນໄປຈົນເຖິງວັນທີ 31 ມີນາ 2018 ເປັນເວລາ ລວມ 3 ວັນເຕັມ. ການຈັດງານດັ່ງກ່າວ ເພື່ອເປັນການປູກຈິດສໍານຶກໃຫ້ເຫັນໄດ້ເຖິງບົດບາດສໍາຄັນຂອງໄມ້ ຢູ່ໃນໂລກ ຕິດພັນກັບການຄຸ້ມຄອງປົກປັກຮັກສາໄມ້, ການອະນຸລັກຊີວະນານາພັນ ແລະ ປ່າໄມ້ ໃຫ້ມີຄວາມຍືນຍົງ. ງານຄັ້ງນີ້ ໃຫ້ກຽດເຂົ້າຮ່ວມເປີດງານ ຂອງ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຄະນະການນໍາ ທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.
ການຈັດງານວັນໄມ້ໂລກ ຄັ້ງນີ້, ຍ້ອນເຫັນໄດ້ເຖິງຄວາມຫມາຍ-ຄວາມສໍາຄັນຂອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ກໍ່ຄືການປົກປັກຮັກສາສິ່ງແວດລ້ອມ, ດິນແຫລ່ງນໍ້າ ແລະ ຊີວະນານາພັນ ໃຫ້ມີຄວາມຍືນຍົງ. ໃນປີ 2012 ກອງປະຊຸມສາມັດຊາໃຫຍ່ ອົງການສະຫາປະຊາຊາດ ໄດ້ມີມະຕິຕົກລົງ ກໍານົດເອົາວັນທີ 21 ມີນາ ຂອງທຸກໆປີ ເປັນວັນສະເຫລີມສະຫລອງວັນປ່າໄມ້ໂລກສາກົນ. ການສະເຫລີມສະຫລອງວັນໄມ້ໂລກສາກົນ ແມ່ນຫນຶ່ງໃນບັນດາເນື້ອໃນທີ່ຕິດພັນກັບການສະເຫລີມສະຫລອງວັນປ່າໄມ້ສາກົນ ເຊີ່ງແມ່ນມູນນິທິວັນໄມ້ໂລກ ເປັນຜູ້ຄັດເລຶອກ ແລະ ສະເໜີໃຫ້ບາງປະເທດເປັນເຈົ້າພາບ ຫລື ຫລາຍປະເທດເປັນເຈົ້າພາບຮ່ວມກັນ ໃນການສະເຫລີມສະຫລອງວັນໄມ້ໂລກ.
ການຈັດງານສະເຫລີມສະຫລອງ ປະກອບດ້ວຍ 2 ຈຸດປະສົງ ຄື: (ຫນຶ່ງ), ເພື່ອຍົກໃຫ້ເຫັນຄວາມຫມາຍຄວາມສໍາຄັນ ຂອງໄມ້ ທີ່ເປັນຊິວະວັດຖຸຂະນິດຫນຶ່ງ ທີ່ສາມາດທົດແທນຄືນໄດ້ ຫລື ຟື້ນຢູຄືນໄດ້ໂດຍທໍາມະຊາດ ແລະ ມີບົດບາດຄວາມສໍາຄັນຕໍ່ການປົກປັກຮັກສາສິ່ງແວດລ້ອມ. ( ສອງ), ເພື່ອເປັນການປູກຈິດສໍານຶກ ເຫັນໄດ້ເຖິງວັນໄມ້ໂລກຕິດພັນກັບການຄຸ້ມຄອງປົກປັກຮັກສາປ່າໄມ້, ການອະນຸລັກຊີວະນານາພັນ ແລະ ປ່າໄມ້ໃຫ້ມີຄວາມຍືນຍົງ. ພາຍໃນງານສະເຫລີມສະຫລອງວັນໄມ້ໂລກ ຄັ້ງນີ້, ປະກອບດ້ວຍງານສິລະປະການແກະສະລັກໄມ້ ແລະ ຊຽນໄມ້ ຂອງບັນດາສະຖາບັນ, ສູນ ທີ່ມາຈາກພາຍໃນ ແລະ ຕ່າງປະເທດ, ການສະແດງສິລະປະດົນຕີ ຈາກ 5 ທະວີບ ແລະ ອື່ນໆ.
Editor: ກຳປານາດ ລັດຖະເຮົ້າ