ກອງປະຊູຸມສະຫຼຸບວຽກງານ ປະຈຳປີ 2017 ແລະ ທິດທາງແຜນການ 2018 ຂອງຄະນະກວດກາພັກ-ລັດ ເມືອງພູຄູນ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນເມື່ອບໍ່ດົນນີ້ ທີ່ສະໂມສອນໃຫ່ຍຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ, ທ່ານ ບຸນເພັງ ພູນປະດິດ ຫົວໜ້າຂະແໜງກວດກາພັກ ຄະນະກວດກາພັກ-ລັດແຂວງ, ມີຫົວໜ້າຫ້ອງການ ແລະ ບັນດາຄະນະກວດກາ ຫ້ອງການອອ້ມຂ້າງເມືອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານຕະຫຼອດໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍທ່ານ ອົງຊົ່ງ ໄຊຍະວົງ ປະທານກວດກາພັກ-ລັດເມືອງ ໃນນັ້ນໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ເປັນຕົ້ນແມ່ນ: ວຽກງານຕິດຕາມ-ກວດກາພັກ, ວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄ້ວາຄຳຮ້ອງຄຳສະເໜີ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບຳລຸງສ້າງພະນັກງານ ເຊິ່ງຄະນະພັກ ແລະ ຄະນະກວດກາແຕ່ລະຂັ້ນ ໄດ້ສຸມໃສ່ການນຳພາດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ, ເຮັດໃຫ້ ຄະນະພັກ-ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງຕໍ່ລະບຽບວິໄນຂອງພັກ ສະກັດກັ້ນແກ້ໄຂພະຍາດອາຍາສິດ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນພາຍໃນພັກເປັນຢ່າງດີ ອັນທີ່ພົ້ນເດັ່ນແມ່ນການປັບປຸງ ກໍ່ສ້າງຈັດຕັ້ງພັກໃຫ້ໜັກແໜ້ນເຂັ້ມແຂງ.
ຍາມໃດກໍ່ຕິດພັນກັບການຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ເພີ່ມທະວີວຽກງານຄຸ້ມຄອງສະມາຊິກພັກ ແລະ ຂະຫຍາຍພັກຖືກຕ້ອງຕາມຂໍ້ກຳນົດ ແລະ ກົດລະບຽບຂອງພັກ ປະຈຸບັນທົ່ວເມືອງ ມີໜ່ວຍພັກທັງໝົດ 65 ໜ່ວຍ, ມີ 8 ຄະນະພັກຮາກຖານ ແລະ ມີສະມາຊິກພັກ 1,024 ສະຫາຍ, ຍິງ 169 ສະຫາຍ ສ້າງໜ່ວຍພັກແຂງຮູ້ນຳພາຮອບດ້ານໄດ້ 40 ໜ່ວຍ, ແຂງດ້ານໃດໜຶ່ງ 25 ໜ່ວຍ, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມດຳລັດມະຕິຄຳສັງ 01/ລບ, ໃນການຕິດຕາມກວດກາໂຄງການກໍ່ສ້າງພື້ນຖານໂຄງລາງ 2 ໂຄງການ, ຄຳສັ່ງເລກທີ 15/ນຍ ໄດ້ຕິດຕາມ-ກວດກາບັນດາໂຮງງານປຸງແຕ່ງໄມ້ 15 ແຫ່ງ ໃນນີ້ມີໂຮງງານບໍ່ໄດ້ຮັບອະນຸຍາດຈຳນວນ 8 ແຫ່ງ, ຍຶດໄມ້ທີ່ເຄືອນຍ້າຍບໍ່ຖືກຕ້ອງຈຳນວນ 5 ແມັດກ້ອນ ຄິດເປັນມູນຄ່າການເສຍຫາຍ 18 ລ້ານກວ່າກີບ, ຢຶດ ແລະ ທຳລາຍຈັກຕັດໄມ້ທີ່ບໍ່ຖືກຕ້ອງຈຳນວນ 298 ເຄື່ອງ ພ້ອມທັງລົງກວດກາປົກກະຕິຢູ່ບັນດາກົມກອງ, ຫ້ອງການ ແລະ ບໍລິສັດ.
Editor: ນັກຂ່າວເມືອງພູຄູນ