ອີກພຽງ 10 ກວ່າວັນ ກໍ່ຈະເຖິງໄລຍະການສະເຫລີມສະຫລອງບຸນປີໃຫມ່ລາວແລ້ວ, ເຊີ່ງເປັນໄລຍະ ທີ່ມີຄວາມຫມາຍສໍາຄັນ ແລະ ສຸດພິເສດທີ່ສຸດ ທີ່ຄົນລາວ ທັງພາຍໃນ ແລະ ຢູ່ຕ່າງປະເທດ ຄອງຄອຍ, ເປັນບຸນຫົດສົ່ງນໍ້າ, ຫລີ້ນນໍ້າ ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຮິດຄອງປະເພນີວັດທະນະທໍາ ອັນດີງາມ. ປະຈຸບັນ ໄປຕາມສະຖານທີ່ຕ່າງໆ ເຮົາຈະສັງເກດເຫັນ ວ່າ ດອກໄມ້ ເລີ່ມເບັ່ງບານ ສົ່ງກິນຫອມຫວນ ຊວນຄິດເຖິງບັນຍາກາດ ໃນໄລຍະການສະເຫລີມສະຫລອງບຸນປີໃຫມ່ລາວ ໃນທຸກໆປີ.
ດອກຈໍາປາ ຫລາກຫລາຍສີສັນ ໄດ້ເລີ່ມເບັ່ງບານ ສົ່ງກິນຫອມ, ນອກນັ້ນ ດອກຄູນ ກະເລີ່ມເບັ່ງບານເຊັ່ນດຽວກັນ ສວຍງາມ ຮູ່ງເຮືອງເຫລືອງເຫລີ້ອມ
Editor: ກຳປານາດ ລັດຖະເຮົ້າ