ເພື່ອກະກຽມສະຖານທີ່ ໃນບໍລິເວນຫາດຊາຍດອນຈັນ ພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວ ອີກແຫ່ງຫນຶ່ງ ທີ່ຫນ້າສົນໃຈ ໃນໄລຍະການສະເຫລີມສະຫລອງບຸນປີໃຫມ່ລາວ ພສ 2561 ທີ່ໃກ້ຫມໍ່ເຂົ້າມາ, ທາງບໍລິສັດຜູ້ສໍາປະທານ ໄດ້ຂຸນຂຽວ ແລະ ເລັ່ງມື ເພື່ອເນລະມິດ ໃຫ້ບໍລິເວນຫາດຊາຍດອນຈັນແຫ່ງນີ້ ເປັນທີ່ດືງດູດໃຈ ແລະ ຫນ້າທ່ຽວ ຫນ້າຊົມແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ທ່ານນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ ຊີເອັນພີ ( ຜູ້ສໍາປະທານຫາດຊາຍດອນຈັນ) ໄດ້ເປີດເຜີຍຕໍ່ນັກຂ່າວວ່າ: ສໍາລັບປີນີ້ ແມ່ນເປັນປີທີ່ມີຄວາມຫມາຍສໍາຄັນ ເນື່ອງຈາກເປັນປີທ່ອງທ່ຽວລາວ 2018 ສະນັ້ນ, ເພື່ອປະກອບສ່ວນໃນການສົ່ງເສີມ ເຮັດໃຫ້ການທ່ອງທ່ຽວພາຍໃນນະຄອນຫລວງວຽງຈັນ ມີສີສັນ ໃນໄລຍະສະເຫລີມສະຫລອງບຸນປີໃຫມ່ລາວ ພສ 2561 ໃຫ້ມີບັນຍາກາດມ່ວນຊື່ນ ຮັກສາໄວ້ດ້ວຍຮິດຄອງປະເພນີວັດທະນະທໍາອັນດີງາມ ບໍລິເວນຫາດຊາຍດອນຈັນ ໄດ້ຖືກພັດທະນາ ໃຫ້ກາຍເປັນອີກສະຖານທີ່ຫນຶ່ງ ທີ່ຫນ້າທ່ອງທ່ຽວ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໂດຍຈັດໃຫ້ມີກິດຈະກໍາຫລາຍຢ່າງ ຕິດພັນກັບ ຮິດຄອງປະເພນີ ອັນດີງາມ ໃນບຸນປີໃຫມ່ລາວ. ເຊີ່ງມາຮອດປະຈຸບັນ ການພັດທະນາ ມີຄວາມຄອບຫນ້າ ຫລາຍກວ່າ 40 ສ່ວນຮ້ອຍ ແລະ ຄາດວ່າ ວັນທີ 6 ເມສາ 2018 ຈະເປິດໃຫ້ນັກທ່ອງທ່ຽວ ສາມາລົງມາທ່ອງທ່ຽວ ໄດ້. ທ່ານນາງ ຈັນນະພາ ວົງສະໝໍລະພູມ ກ່າວຕື່ມອີກວ່າ: ຈາກປະສົບການຜ່ານມາ 3 ປີ ໃນການພັດທະນາ ຫາດຊາຍ ເຫັນວ່າປີນີ້ ແມ່ນຈະສ້າງຫລາຍສິ່ງຫລາຍຢ່າງເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ມາທ່ຽວຊົມ ເຊັ່ນ: ຈັດສັນສະຖານທີ່ຈອດລົດ ໃຫ້ພຽງພໍ, ທາງຍ່າງ, ຫ້ອງນໍ້າ, ສະຖານທີ່ລົງຫລິ້ນນໍ້າ ສໍາລັບຜູ້ໃຫຍ່ ແລະ ເດັກນ້ອຍ, ພ້ອມກັນນັ້ນ ຍັງໄດ້ເນລະມິດສວນດອກໄມ້ ໃຫ້ມີຄວາມສວຍງາມ, ມີອຸມົງນໍ້າ 2 ຂ້າງທາງ, ສະຖານທີ່ຮ້ານອາຫານ, ບ່ອນນັ່ງຫລີ້ນ, ເວທີການສະແດງ ແລະ ສະຖານທີ່ອື່ນໆໃນການສ້າງກິດຈະກໍາ ທີ່ຫນ້າສົນໃຈ
Editor: ກຳປານາດ ລັດຖະເຮົ້າ