ກອງປະຊຸມໃຫຍ່ຄັ້ງທີ I ສະໄໜທີ 2 ຂອງສະຫະພັນກຳມະບານໝ່ວຍຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງໂພນທອງ ແຂວງຫລວງພະບາງ ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 22 ມີນາ 2018 ທີີ່ຫ້ອງປະຊຸມໝ່ວຍບໍລິການ ຂອງທະນາຄານນະໂຍບາຍ ປະຈໍາເມືອງໂພນທອງ ແຂວງຫຼວງພະບາງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດສະໜອນ ໄຊສົມບັດ ປະທານສະຫະພັນກຳມະບານເມືອງໂພນທອງ, ທ່ານ ບຸນສະຫວັດ ມະນີວົງ ຮອງເລຂາໜ່ວຍພັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ທ່ານ ສອນ ປະທຳມະວົງ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ມີບັນດາໜ່ວຍສະຫະພັນກໍາມະບານອ້ອມຂ້າງຕະຫຼອດຮອດສະມາຊິກພາຍໃນໜ່ວຍເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຝັງການຜ່ານບົດລາຍງານທັງສອງພາກ ຂອງຫນ່ວຍສະຫະພັນກຳມະບານ ຊັບພະຍາ
ກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໂພນທອງ ຊຶ່ງຍົກໃຫ້ເຫັນອັນພົ້ນເດັ່ນ ແລະ ຂໍ້ຄົງຄ້າງບາງບັນຫາ, ໂດຍປະຕິບັດຕາມວຽກງານວິຊາສະເພາະຂອງຂະແໜງການທີ່ຂຶ້ນກັບ, ຫນ່ວຍສະຫະພັນກໍາມະບານ ຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມເມືອງ ປະກອບມີ: 3 ຫ້ອງການທີ່ຂຶ້ນກັບຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ,ຫ້ອງການພະລັງງານ ແລະ ບໍ່ແຮ່, ໜ່ວຍບໍລິການທະນາຄານນະໂຍບາຍປະຈໍາເມືອງ, ມີສະມາຊິກກະມະບານ ທັງໝົດ 25 ສະຫາຍ, ຍິງ 6 ສະຫາຍ, ເປັນໜ່ວຍໝຶ່ງທີ່ຂຶ້ນກັບການຊີ້ນຳຂອງສະຫະພັນກຳມະບານເມືອງໂດຍກົງ ແລະ ການຊີ້ນຳຂອງໜ່ວຍພັກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ.
ພ້ອມດຽວກັນ ໃນກອງປະຊຸມຄະນະປະທານໜ່ວຍກໍາມະບານຊຸດເກົ່າ ກໍ່ໄດ້ຂຶ້ນລາໜ້າທີ່ ແລະ ຮັບຝັງກົດລະບຽບມາດຖານເງື່ອນໄຂຂອງສະຫະພັນກຳມະບານລາວຊຸດໃຫ່ມ, ແລະ ຂໍຕົກລົງປະທານສະຫະພັນກຳມະບານເມືອງ ວ່າດ້ວຍການແຍກໜ່ວຍ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ແລະ ແຕ່ງຕັ້ງໜ່ວຍສະຫະພັນກຳມະບານໜ່ວຍບໍລິການທະນາຄານນະໂຍບາຍປະຈໍາເມືອງໂພນທອງ.
ຈາກນັ້ນ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະສະຫະພັນກຳມະບານຊຸດໃຫມ່ ຂອງໜ່ວຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີຜູ້ລົງສະໝັກເລືອກຕັ້ງ 5 ສະຫາຍ ເລືອກເອົາ 3 ສະຫາຍ ໃນນັ້ນຄັດເລືອກໄດ້ ທ່ານ ສອນ ປະທຳມະວົງ ເປັນປະທານຊຸດໃຫມ່ ແລະ ເລືອກເອົາ ທ່ານ ເຊີນເດີ ວົງສົມປອງ ເປັນຮອງປະທານໝ່ວຍ, ທ່ານ ນາງ ສີສະຫວັນ ພັນທະວົງ ເປັນປະທານກວດກາໝ່ວຍ. ແລະ ໜ່ວຍສະຫະພັນກຳມະບານໜ່ວຍບໍລິການທະນາຄານນະໂຍບາຍປະຈໍາເມືອງໂພນທອງກໍ່ໄດ້ປ່ອນບັດຄັດເລືອກມີຜູ້ສະມັກທັງໝົດ 3 ສະຫາຍ ເລືອກເອົາ 2 ສະຫາຍ ,ໃນນັ້ນ ປ່ອນບັດເລືອກໄດ້ ທ່ານ ສອນເພັດ ພູມມະນີ ເປັນປະທານໜ່ວຍ, ທ່ານ ຄໍາດີ ຫຼວງສຸວັນນະວົງ ເປັນຮອງ ແລະ ຄະນະໝ່ວຍໂດຍມີສະມາຊິກທັງໝົດ 6 ສະຫາຍ ຍິງ 2 ສະຫາຍ.
Editor: ນັກຂ່າວເມືອງໂພນທອງ