ໃນເມື່ອບໍ່ດົນນີ້, ຢູ່ຫໍປະຊຸມໃຫ່ຍຂອງເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະ ຫຼູບວຽກງານພາຍໃນ ວຽກງານການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ, ສ້າງບ້ານເປັນຫົວໜ່ວຍເຂັ້ມ ແຂງຮອບດ້ານ, ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (ສ້າງບ້ານໃຫ່ຍເປັນສີສັນຕົວເມືອງນ້ອຍ) ພ້ອມທັງ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັັດທະນາ, ຊຸກຍູ້ວຽກງງານ 3 ສ້າງ ເຂົ້າສູ່ລ່ວງເລີກ ໂດຍເປັນປະທານ ຂອງ ທ່ານ ສີຈັນ ລັດສະໜີ ເຈົ້າເມືອງໆໂພນໄຊ, ມີທ່ານນາງ ບົວສະຫັວນ ພົງສະຫວັດດີ ຮອງຫົວໜ້າພະແນກພາຍໃນແຂວງຫລວງພະບາງ, ມີ ທ່ານນາງ ສີອໍາພອນ ຄຸນພະນິດ ຫົວໜ້າຫ້ອງການພາຍໃນເມືອງໂພນໄຊ, ມີຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານວິຊາການຜູ້ທີ່ເຮັດວຽກງານບໍລິຫານຢູ່ແຕ່ລະຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີ ທ່ານນາງ ສີອໍາພອນ ຄຸນພະນິດ ຫົວຫນ້າຫ້ອງການພາຍໃນເມືອງໂພນໄຊ ໄດ້ຜ່ານບົດສະຫຼູບໃນການຈັດຕັ້ງປະຕິບັດໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປີ 2018 ຂອງຫ້ອງການພາຍໃນເມືອງ, ປະຈຸບັນທົ່ວເມືອງໂພນໄຊ ມີ 59 ບ້ານ, ມີ ນາຍບ້ານທັງໜົດ 59 ຄົນ, ມີຮອງນາຍບ້ານ 199 ຄົນ, ຍິງ 8 ຄົນ, ໄດ້ນໍາເອົາບັນດາດໍາລັດ, ມະຕິ, ຄໍາສັ່ງຕ່າງໆ ລົງຜັນຂະຫຍາຍ ເຜີຍແຜ່ເຊື່ອມຊື່ມເອກະສານໃຫ້ແກ່ອໍານາດການປົກຄອງຂອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເປັນຕົ້ນແມ່ນການປົກປ້ອງທາງດ້ານສາສາໜາ ມີບ້ານເຂົ້າຮ່ວມ 20 ບ້ານ, ມີພົນລະເມືອງ 1.340 ຄົນ, ຍິງ 593 ຄົນ, ຍັງໄດ້ແກ້ໄຂ ແລະ ປະຕິບັດວຽກງານທະບຽນຄອບຄົວຢ່າງຕໍ່ເນື່ອງ ມີເດັກເກີດໃໝ່ 300 ຄົນ, ຍິງ 132 ຄົນ, ເສຍຊີວິດ 26 ຄົນ, ຍິງ 10 ຄົນ, ຍົກຍ້າຍອອກ 5 ຄອບຄົວ ມີຈໍານວນພົນ 47 ຄົນ, ຍິງ 22 ຄົນ, ມີ ຄອບຄົວຍົກຍ້າຍເຂົ້າ 7 ຄອບຄົວ ພົນລະເມືອງ 59 ຄົນ, ຍິງ 27 ຄົນ. ທົ່ວເມືອງ ມີ ພະນັກງານ-ລັດຖະກອນ ທັງໝົດ 726 ທ່ານ, ຍິງ 250 ທ່ານ ແລະ ໄດ້ຍ້ອງຍໍປະເພດຕ່າງໆໃຫ້ແກ່ກົມກອງ, ບຸກຄົນ ທິ່ີມີຜົນງານດີເດັ່ນປະກອບສ່ວນໃນການປົກປັກຮັກສາ-ສ້າງສາພັດທະນາບ້ານເມືອງ ໄດ້ອອກໃບຍ້ອງຍໍຂອງທ່ານເຈົ້າເມືອງ ໃຫ້ແກ່ບຸກຄົນ ຈໍານວນ 1.113 ທ່ານ ແລະ ກົມກອງໄດ້ຮັບໃບຂອບໃຈຂອງທ່ານເຈົ້າເມືອງ ມີ ຈໍານວນ 61 ທ່ານ.
Editor: ດາວໄຊ ສີວິໄລ